ກອງບັນຊາການທະຫານ ແຂວງໄຊຍະບູລີ ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຍິງລູກປືນແທ້
ເວລາອອກຂ່າວ: 2025-12-17 09:00:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ: ![]()
ໃນວັນທີ 10 ທັນວາ 2025 ນີ້, ຢູ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງໄຊຍະບູລີໄດ້ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມ ຫັດແອບຍິງປືນແທ້ ຂອງກອງພັນ 609 ແລະ ກອງຮ້ອຍ 17 ປະຈຳປີ 2025. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ແລະ ອານຸກຳມະການຮັບຜິດຊອບການອົບຮົມ-ຫັດແອບຍິງປືນແທ້ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຕັນ ແພງສີດາ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ
ລວມ ແລະ ອານຸກຳມະການຮັບຜິດຊອບການອົບຮົມ-ຫັດແອບຍິງປືນແທ້ ແລະ ແຜນການ ຂອງກອງພັນ 609, ກອງຮ້ອຍ 17 ປະຈຳປີ 2025 ໂດຍປະຕິບັດຕາມການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ, ເຕັກນິກຂອງກອງບັນຊາການທະຫານແຂວງ ເພື່ອເປັນການປັບປຸງລະບຽບແບບແຜນ, ຝຶກຝົນກຳລັງແຮງກາຍໃຫ້ພະນັກງານ-ນັກຮົບທົ່ວກົມກອງມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດໃນການນຳພາບັນຊາກົມກອງ, ມີໄຫວພິບຄ່ອງແຄ້ວໃນການປະຕິບັດໜ້າທີ່ກຽມພ້ອມສູ້ຮົບທີ່ແນ່ນອນໂດຍຖືເອົາຄຸນນະພາບເປັນຕົ້ນຕໍມີລະບຽບວິໄນເຂັ້ມງວດ ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ແຜນການອົບຮົມ-ຫັດແອບຍິງປືນແທ້ໃນຄັ້ງນີ້.
ໂອກາດນີ້ ສະຫາຍ ບຸນພົບ ວິໄລສັກ ກໍໄດ້ມີຄຳເຫັນຊີ້ນຳບັນດາສະຫາຍ ຄະນະຊີ້ນຳລວມ ແລະ ອານຸກຳມະການຮັບຜິດຊອບການອົບຮົມ-ຫັດແອບຍິງປືນແທ້ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບຂອງຕົນເອງໃຫ້ສູງ ຮັບປະກັບຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃຫ້ໄດ້100%
ໂດຍ: ນາງບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















