ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ​ ປິດ​ອົບຮົມ-ຫັດ​ແອບການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ 2025
ເວລາອອກຂ່າວ: 2025-12-17 09:05:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ໃນ​ວັນ​ທີ 12 ທັນວາ 2025 ຜ່ານ​ມາ​ນີ້, ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ໄດ້​ຈັດ​ພິທີ​ປິດ​ອົບຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສີດາ​ວົງ ດວງ​ປານີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ຖືກ​ເຊີນ ແລະ ພະນັກ ງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວັນ​ພຽນ ໂດ​ວັນ​ຮຽນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ວ່າ​ດ້ວຍ​ອະນຸມັດ ປິດ​ອົບ ຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ 2025, ຈາກ​ນັ້ນ ສະຫາຍ ພັນ​ໂທ ສັງວານ ແສງ​ສັກສິດ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ສະຫຼຸບ​ສັງ​ລວມ​ຜ່ານ​ການຈັດຕັ້ງ​ອົບຮົມ​ຫັດ​ແອບ​ໃນ​ໄລຍະ​ທີ່​ຜ່ານ​ມາ​ເຫັນ​ວ່າ​ມີ​ຜົນສຳເລັດ​ໄປ​ດ້ວຍ​ດີ, ການ​ຫັດ​ແອບ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ຍົກ​ສູງ​ ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ໃຫ້​ແກ່​ພະນັກງານ-ນັກຮົບ ໃນ​ກົມ​ກອງ​ໃຫ້​ມີ​ຄວາມ​ຊຳນິ​ ຊຳນານ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ ແລະ ກຳ​ໄດ້​ເນື້ອ​ໃນ​ທິດ​ສະ​ດີ-ຫຼັກການ, ບັນດາ​ທ່າ​ຈັງຫວະ, ບາດກ້າວ​ການເຄື່ອນໄຫວ​ໃຫ້​ມີ ​ຄວາມ​ຄ່ອງ​ແຄ້ວ ໃນ​ການເຄື່ອນໄຫວປະຕິບັດ​ຕົວ​ຈິງ. ການ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້​ມີ​ຈຳນວນ​ພົນ​ຫັດ​ແອບ​ທັງ​ໝົດ 80 ສະຫາຍ ມີ 5 ໜ່ວຍ​ພັກ, ຕີ​ລາຄາ​ຜົນ​ໄດ້​ຮັບ​ທາງ​ດ້ານ​ທິດ​ສະ​ດີ​ການເມືອງ ບັນລຸ​ໄດ້ 85%, ພາກ​ການ​ທະຫານ​ໄດ້ 75% , ຄຸນ​ຄາ​ສະມັດ​ຕະ​ພາບ​ຂອງ​ປືນ 70%, ຍິງ​ລູກປືນ​ແທ້​ຢູ່​ສະໜາມ 75%, ພາກ​ພະລາທິການ-ເຕັນ​ນິກ​ໄດ້ 70% ສາມາດ​ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂອກາດ​ດຽວ​ກັນ​ນີ້ ຍັງ​ໄດ້​ສະຫຼຸບ​ແຜນການ​ງົບປະມານ​ການ​ການ​ໃຊ້​ຈ່າຍ​ໃນ​ໄລຍະ​ເວລາ​ອົບ​ຮົບ-ຫັດ​ແອບ​ຕະ​ລອດ​ໄລຍະ​ທີ່​ຜ່ານ​ມາ ພ້ອມ​ທັງ​ປະກາດ​ມອບ-ຮັບ​ໃບ​ຍ້ອງຍໍ​ໃຫ້​ນັກ​ຝຶກ​ອົບຮົມ​ຜູ້​ທີ່​ດີເດັ່ນ​ໃນ​ການ​ປະຕິບັດ​ຍິງ​ລູກປືນ​ແທ້​ຢູ່​ສະໜາມ​ປະເພດ​ລວມ​ໝູ່ ແລະ ບຸກຄົນ, ໃນ​ນີ້​ປະເພດ I ປືນ 59 ຂັ້ນ​ພະ​ແນກ ມີ 3 ສະຫາຍ, ປະເພດ II ມີ 2 ສະຫາຍ, ປະເພດ I ປືນ AK ມີ 10 ສະຫາຍ, ປະເພດ II ມີ 10 ສະຫາຍ, ປະເພດ I ລວມ​ໝູ່ ມີ ໜ່ວຍ​ພັກ​ທີ 3 ແລະ ທີ 5 , ປະເພດ II ມີ ໜ່ວຍ​ພັກ 1,2 ແລະ ທີ 4 ເຊິ່ງ​ການ​ອົບຮົມ​ຄັ້ງ​ນີ້ ສຳເລັດ​ດ້ວຍ​ດີ ແລະ ມີ​ຄວາມ​ປອດ​ໄຟ 100%. ໂດຍ: ກອງ​ຄຳ ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ