ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ປະກາດການ​ແຕ່ງຕັ້ງ​ ຫົວໜ້າ​ຫ້ອງ ແລະ ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ​ຄະນະ​ພັກ​ຮາກ​ຖານ
ເວລາອອກຂ່າວ: 2025-12-17 09:07:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນ​ວັນ​ທີ 11 ທັນວາ 2025 ຜ່ານ​ມາ​ນີ້, ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ໄດ້​ປະກາດການ​ແຕ່ງຕັ້ງ​ຫົວໜ້າ​ຫ້ອງ ແລະ ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ​ຄະນະ​ພັກ​ຮາກ​ຖານ ໂດຍ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 1, ມີ​ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ຫ້ອງ​ເສນາ​ທິ​ການ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ພອນ​ສະຫວັນ ຈັນທະ​ມາດ ຮອງ​ຫົວໜ້າ​ພະ​ແນກ ​ພະນັກງານ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຮອງ​ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 1 ອີງ​ຕາມກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍ​ທະຫານ, ອິງ​ຕາມ ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ນຳພາ-ບັນຊາ ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະ ນາ​ປະເທດ​ຊາດ, ອີງ​ຕາມການ​ຄົ້ນຄວ້າ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ກອງ​ປະຊຸມ​ຄະນະ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ​ວັນ​ທີ 30 ຕຸລາ 2025 ແລະ ອີງ​ຕາມ ການ​ຄົ້ນຄວ້າ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ. ກະຊວງ​ປ້ອງ​ກັນ​ ປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນ​ເອກ ທະນູສິນ ເທບ​ພະ​ວົງ ເປັນ​ຮອງ​ຫົວໜ້າ​ການ​ທະຫານ​ກອງ​ພົນ, ທັງ​ເປັນ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1. ຈາກ​ນັ້ນ ​ສະຫາຍ ພັນ​ໂທ ຂັນ​ວິ​ເລດ ມະນີ​ລາດ ຮອງ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ ວ່າ​ດ້ວຍ​ການ​​ບົ່ງ​ຕົວ​ແຕ່ງຕັ້ງ ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ຄະນະ​ພັກ​ກອງ​ພົນ​ທີ 1 ຕົກລົງ ອະນຸມັດ​ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ເອກ ທະນູສິນ ເທບ​ພະ​ວົງ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ປ່ຽນ​ແທນ ສະຫາຍ ພັນ​ເອກ ບຸນ​ແຖວ ແກ້ວ​ດວງ​ດີ. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ