ກອງບັນຊາການທະຫານແຂວງໄຊຍະບູລີ ເຜີຍແຜ່ກົດໝາຍວ່າດ້ວຍສານທະຫານຂັ້ນສູງ
ເວລາອອກຂ່າວ: 2025-12-17 09:08:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ: ![]()
ວັນທີ 11 ທັນວາ 2025 ຜ່ານມານີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ເປີດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ສານທະຫານຂັ້ນສູງ (ສະບັບປັບປຸງໃໝ່ 2023), ໂດຍການເປັນປະທານຂອງສະຫາຍ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ກະຊວງປ້ອງກັນປະ ເທດ, ມີສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ສານທະຫານພາກເໜືອ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານເຂົ້າຮ່ວມ.
ສະຫາຍ ພັນເອກ ໄຊຍະພອນ ພິຈິດ ປະທານສານທະຫານພາກ
ເໜືອ ໄດ້ສະເໜີເນື້ອໃນຂອງກົດໝາຍ ວ່າດ້ວຍສານທະຫານຂັ້ນສູງ (ສະບັບປັບປຸງໃໝ່ 2023) ເຊິ່ງປະກອບມີ 10 ພາກ, 5 ໝວດ, 71 ມາດຕາ. ຈຸດປະສົງຂອງກົດໝາຍສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການຕິດຕາມກວດກາຂອງກົດໝາຍວ່າດ້ວຍສານທະຫານຂັ້ນສູງ ເພື່ອຮັບປະກັນການປະຕິບັດວຽກງານຂອງສານທະຫານໃຫ້ມີປະສິດທິພາບ ແລະ ປະສິດທິຜົນແນໃສ່ປົກປ້ອງຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນ, ກຳລັງສໍາຮອງໃນເວລາປະຕິບັດໜ້າທີ່ປ້ອງກັນຊາດ, ໃຫ້ກອງທັບມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານກົດໝາຍ ແລະ ມີແບບແຜນທັນສະໄໝ ປະກອບ
ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















