ປະກາດການແຕ່ງຕັ້ັ້ງ ຂັ້ນຫ້ອງ, ພະແນກການ ແລະ ກອງພັນ ທີ່ຂຶ້ນກັບກອງພົນທີ 3
ເວລາອອກຂ່າວ: 2025-12-17 10:49:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ: ![]()
ວັນທີ 16 ທັນວາ 2025 ນີ້, ກອງພົນທີ 3 ໄດ້ຈັດພິທີປະກາດການແຕ່ງຕັ້ງ ຂັ້ນຫ້ອງ, ພະແນກການ ແລະ ກອງພັນ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ3, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ໃນນີ້, ໄດ້ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ພອນພະຈັນ ບົວທະວິນ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ອ້ວນ ທໍາມະອິນທາ ເປັນຮອງຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ເພັດສິນສັງ ສຸຂະທິວົງ ເປັນຫົວໜ້າພະແນກນະໂຍບາຍ, ສະຫາຍ ພັນຕີ ທອງວຽນ ວົງລະຄອນ ເປັນຮອງຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນໂທ ຈັນທະວົງ ໄພວັນທອນ ເປັນຫົວໜ້າການເມືອງ ກອງພັນ 407, ສະຫາຍ ພັນໂທ ສົມລິດ ສຸກວິໄລ ເປັນຫົວໜ້າການທະຫານ ກອງພັນ 407, ສະຫາຍ ພັນຕີ ພູທອນ ວິລະຈິດ ເປັນຮອງຫົວໜ້າການທະຫານ ກອງພັນ 407. ພ້ອມກັນນີ້, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງພົນທີ3 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກໍາມະການຄະນະພັກຮາກຖານຫ້ອງການເມືອງ, ຫ້ອງເສນາທິການ, ກອງພັນນ້ອຍ 407 ກອງພົນທີ 3 ຕື່ມອີກ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີການເຮັດວຽກໃຫ້ທັນສະໄໝ, ເຕົ້າໂຮມຄວາມສາມັກຄີພາຍໃນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຕ່າງໆ ແລະ ເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















