ຫ້ອງການບໍລິຫານ ວຕກ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2025-12-17 10:51:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ: ![]()
ວັນທີ 12 ທັນວາ 2025 ນີ້, ຫ້ອງການບໍລິຫານ ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວຫນ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີຄະນະຫ້ອງ, ຫົວໜ້າພະແນກການ, ພະນັກງານ-ນັກຮົບ ທົ່ວຫ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງເພັດ ສົມມະນີ ຫົວໜ້າຫ້ອງການບໍລິຫານ ວຕກ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານ-ນັກຮົບພາຍໃນຫ້ອງເປັນປົກກະຕິ, ເຊິ່ງເຮັດໃຫ້ສະພາບພາຍໃນມີຄວາມສະຫງົບໂດຍພື້ນຖານ ພ້ອມທັງເຄື່ອນໄຫວວຽກຂະບວນການປິ່ນອ້ອມຂອງ ວຕກ ແລະ ວຽກວິຊາສະເພາະຢ່າງຕັ້ງໜ້າ. ເປັນຕົ້ນແມ່ນໄດ້ສຸມໃສ່ວຽກງານປ້ອງກັນເວນຍາມຮັກສາຄວາມສະຫງົບ ແລະ ກຽມພ້ອມສູ້ຮົບ 24 ຊົ່ວໂມງ, ກວດກາການເຂົ້າປະຈຳການສູ້ຮົບຂອງກົມກອງໄດ້ 48 ຄັ້ງ, ຂຶ້ນຫ້ອງຕາມແຜນການອົບຮົມລະບຽບ 48 ຄັ້ງ, ບົວລະບັດເຄື່ອງສື່ສານໄດ້ 72 ຄັ້ງ, ລາຍງານໂຄງຮ່າງການຈັດຕັ້ງແບ່ງກ້ອນກຳລັງປະຈຳປີ 2025 ໄດ້ 12 ຄັ້ງ, ຈັດຕັ້ງກຳລັງນັກສຶກສາອອກແຮງງານຊ່ວຍອຳນາດການປົກຄອງບ້ານໄດ້ 4 ຄັ້ງ, ຮັບເອກະສານເຂົ້າ-ອອກໄດ້ 2841 ສະບັບ, ຈັດສະຖານທີ່ຫ້ອງປະຊຸມຕ່າງໆໄດ້75 ຄັ້ງ, ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ 11 ຄັ້ງ, ໄປອວຍພອນກົມກອງຂັ້ນເທິງ ແລະ ກົມກອງເພື່ອນມິດ ໄດ້ 7 ຄັ້ງ, ສັງລວມເອກະສານ, ບົດສະຫຼຸບໃຫ້ກົມກອງ ແລະ ສົ່ງກະຊວງໄດ້ 150 ສະບັບ, ຈັດພິມເອກະສານຕ່າງໆ ໄດ້ 267 ສະບັບ ແລະ ວຽກງານແກ້ໄຂຊີວິດການເປັນຢູ່ແມ່ນມີເງິນຄັງລວມຈຳນວນ 38.857.000 ກີບ.
ໃນກອງປະຊຸມ ຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນຮອງເລຂາ ແລະ ກຳມະການໜ່ວຍພັກຫ້ອງການບໍລິຫານ, ໃນນີ້ໄດ້ບົ່ງຕົວແຕ່ງຕັ້ງສະຫາຍ ພັນໂທ ຄຳຮັກ ຄຳແສງທະນົງ ເປັນຮອງເລຂາໜ່ວຍພັກ ປ່ຽນແທນສະຫາຍ ພັນໂທ ບົວສີ ແກ້ວບົວລະພາ ທີ່ພັກການເພື່ອກຽມຮັບບໍານານ ແລະ ບົ່ງຕົວແຕ່ງຕັ້ງສະຫາຍ ພັນໂທ ເລຊ່າ ໄຊອຸດົມເປັນກຳມະການໜ່ວຍພັກຫ້ອງການບໍລິຫານນຳອີກ.
ໂດຍ: ເພັດນາລີ; ພາບ: ສຸລິຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















