ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ກົມໃຫຍ່ເຕັກນິກກອງທັບ ສະຫຼຸບການກໍ່ສ້າງກອງຮາກຖານເຂັ້ມແຂງ - ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-09-05 10:02:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:



ໃນທ້າຍເດືອນສິງຫາ2019 ນີ້, ອົງຄະນະພັກກົມໃຫຍ່ເຕັກ ນິກກອງທັບ ເປີດກອງປະຊຸມສະ ຫຼຸບຖອດຖອນບົດຮຽນການກໍ່ ສ້າງກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນຳພາຮອບດ້ານ ໂດຍ ການເປັນປະທານຂອງສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກຳ ມະການຄະນະພັກກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ເຕັກ ນິກກອງທັບ, ມີຄະນະກົມໃຫຍ່, ກົມນ້ອຍ, ຄະນະພັກ-ຄະນະບັນ ຊາຈາກກົມກອງຮາກຖານຕະ ຫຼອດຮອດພະນັກງານ, ສະມາ ຊິກພັກສົມບູນ-ສຳຮອງເຂົ້າ ຮ່ວມ. ສະຫາຍ ພັນເອກ ສາຍສະໝອນ ໄຊພູບານ ກຳມະການຄະນະພັກ ກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ຂຶ້ນ ຜ່ານບົດສະຫຼຸບຕີລາຄາການນຳ ພາປັບປຸງກໍ່ສ້າງກອງຮາກຖານ ເຂັ້ມແຂງ- ໜ່ວຍພັກຮູ້ນຳພາ ຮອບດ້ານສົກ 2018-2019, ເຊິ່ງໄລຍະຜ່ານມາຄະນະພັກ-ໜ່ວຍພັກໄດ້ຖືເອົາການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດເປັນກົກ, ເຂົ້າໃນທຸກຂົງເຂດ ໜ້າທີ່ວຽກງານ ແລະ ເຊື່ອມຊຶມ ບັນດາເອກະສານມະຕິຕ່າງໆ ຂອງພັກ ແລະ ບັນດາເອກະ ສານຂໍ້ກຳນົດທີ່ຂັ້ນເທິງວາງ ອອກ ເຊິ່ງໄດ້ຈັດຕັ້ງປະຕິບັດ ຢ່າງກວ້າງຂວາງຖືກຕ້ອງແທດ ເໝາະກັບເງື່ອນໄຂຂອງກົມ ກອງ ໂດຍຕິດພັນກັບໜ້າທີ່ການ ເມືອງຂອງແຕ່ລະກົມກອງ, ເຮັດ ໃຫ້ສະມາຊິກພັກ-ພະນັກງານ- ນັກຮົບມີຄວາມຮັບຜິດຊອບສູງ, ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ ໜ້າທີ່ວຽກງານຂອງຕົນ ໂດຍຖື ເອົາ 5 ຫຼັກການ 3 ທິດນຳຂອງ ພັກເປັນໄມ້ຫຼາວັດແທກຄຸນທາດ ການເມືອງ ແລະ ເຮັດສຳເລັດ ທຸກໜ້າທີ່ວຽກງານທີ່ຂັ້ນເທິງ ມອບໝາຍໃຫ້ເປັນຢ່າງດີໃນພິທີ ຍັງໄດ້ມອບທຸງໄຊໃຫ້ບັນດາກົມ ກອງ-ໜ່ວຍພັກ, ທີ່ມີຜົນງານໃນ ການຮັກສາມູນເຊື້ອເປັນກອງ ຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານ 5 ຄັ້ງຕິດຕໍ່ ກັນຄື: ໜ່ວຍພັກພະແນກພະລາ ທິການ ສາງ ອ1, ໜ່ວຍພັກ ພະແນກການເມືອງ-ກອງຮ້ອຍ ປ້ອງກັນ ສາງ ອ1, ມອບໃບ ຍ້ອງຍໍກະຊວງປ້ອງກັນປະ ເທດໃຫ້ບັນດາກົມກອງຮາກ ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳ ພາຮອບດ້ານ ຈຳນວນ 256 ໜ່ວຍພັກ, ມອບໃບຍ້ອງຍໍກົມ ໃຫຍ່ການເມືອງກອງທັບໃຫ້ບັນ ດາກົມກອງຮາກຖານເຂັ້ມແຂງ -ໜ່ວຍພັກຮູ້ນຳພາຮອບດ້ານຈຳ ນວນ 127 ໜ່ວຍພັກ, ໄດ້ຕົກ ລົງຮັບເອົາກົມກອງ-ໜ່ວຍພັກທີ່ ຂຶ້ນກັບຄະນະພັກກົມໃຫຍເຕັກ ນິກກອງທັບ, ເປັນກອງຮາກ ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳ ພາຮອບດ້ານ ຈຳນວນ 47 ໜ່ວຍ ພັກ, ໃນໂອກາດດຽວກັນນີ້ຍັງ ໄດ້ປະກາດບົ່ງຕົວແຕ່ງຕັ້ງປ່ຽນ ແທນກຳມະການຄະນະພັກກົມ ໃຫຍ່ເຕັກນິກກອງທັບ, ອີງຕາມ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ໝວດ ທີ II ມາດຕາ 13 ວ່າດ້ວຍການບົ່ງ ຕົວແຕ່ງຕັ້ງກຳມະການຄະນະ ພັກ, ໃນນີ້ໃສ່ຕົກລົງບົ່ງຕົວແຕ່ງ ຕັ້ງສະຫາຍ ພັນເອກ ຄຳແປງບົວ ລະບັດ ຫົວໜ້າກົມຄຸ້ມຄອງລົດ ເປັນກຳມະການຄະນະພັກກົມ ໃຫຍ່ເຕັກນິກກອງທັບ ແລະ ຍັງ ໄດ້ແຕ່ງຕັ້ງບາງຕຳແໜ່ງງານ ຂອງກົມໃຫຍ່ເຕັກນິກ, ອີງຕາມ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວ (ສະບັບປັບປຸງ) ໃນພາກ ທີ II ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກ ຍ້າຍນາຍທະຫານໄດ້ຕົກລົງແຕ່ງ ຕັ້ງສະຫາຍພັນໂທ ຄຳສິງ ລືເດດ ສົມບັດ ເປັນຮັກສາການຫົວໜ້າ ຫ້ອງການກົມໃຫຍ່ເຕັກນິກກອງ ທັບ, ສະຫາຍພັນໂທ ສີນວນ ມະ ນີວົງ ເປັນຮອງຫົວໜ້າກົມຄຸ້ມ ຄອງລົດກົມໃຫຍ່ເຕັກນິກກອງ ທັບ, ສະຫາຍພັນໂທວິນທອງ ໄຊ ຍະວົງ ເປັນຫົວໜ້າພະແນກຄຸ້ມ ຄອງນຳໃຊ້ກົມຄຸ້ຄອງລົດ, ສະ ຫາຍ ພັນຕີ ຄຳໝັ້ນ ພົມມີຈັນ ເປັນຮອງຫົວໜ້າພະແນກຄຸ້ມ ຄອງນຳໃຊ້ກົມຄຸ້ມຄອງລົດ, ສະ ຫາຍພັນຕີ ຄຳສາຍ ອູມມະລີ ເປັນຫົວໜ້າພະແນກກວດກາ ຫ້ອງການເມືອງ, ສະຫາຍ ຮ້ອຍ ເອກ ອິນທະຫວາ ບຸດສະດີ ເປັນ ຫົວໜ້າພະແນກບໍລິຫານ-ສັງ ລວມຫ້ອງການເມືອງກົມໃຫຍ່ ເຕັກນິກ, ສະຫາຍ ພັນຕີ ສຸວັນ ທອນ ສົມຟອງ ບຸດຕະຂັນ ເປັນ ຮອງຫົວໜ້າພະແນກໂຄສະນາ ອົບຮົມຫ້ອງການເມືອງ,ສະຫາຍ ພັນໂທ ສີມອນ ຄະວົງສາ ເປັນ ຫົວໜ້າພະແນກເຕັກນິກກົມເຕັກ ນິກເຫຼົ່າຮົບ. ໃນຕອນທ້າຍພິທີ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາທຸກຂັ້ນຕະຫຼອດຮອດຜູ້ທີ່ ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງພ້ອມ ກັນເປັນເຈົ້າການສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ ໜັກແໜ້ນ, ເຂັ້ມແຂງກວ່າເກົ່າ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກໂດຍຕິດພັນກັບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນໃຫ້ເລິກເຊິ່ງເຖິງ ຖອງ, ເອົາໃຈໃສ່ປັບປຸງການກໍ່ ສ້າງຮາກຖານພັກໃຫ້ເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ອັນດີງາມຂອງພັກໃຫ້ກ້າວ ຂຶ້ນໄປຢ່າງບໍ່ຢຸດຢັ້ງ, ປະຕິບັດ ຕາມຫຼັກການລວມສູນປະຊາທິ ປະໄຕເຮັດວຽກເປັນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບຜິດຊອບ, ມີ ສະຕິຕໍ່ການຈັດຕັ້ງປະຕິບັດລະ ບຽບວິໄນຢ່າງເຂັ້ມງວດ, ສ້າງ ຄວາມສາມັກຄີພາຍໃນພາຍເປັນ ປຶກແຜ່ນແໜ້ນໜາ, ເພື່ອເຮັດສຳ ເລັດໜ້າທີ່ການເມືອງຂອງຕົນນຳ ພາກົມກອງກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ