
ກົມ ວສ - ປສ ຈັດຕັ້ງທາບທາມເອົາບຸກຄະລາກອນເຂົ້າຄະນະພັກຮາກຖານ ຊຸດທີ 4 ຮອບທີ 1
ເວລາອອກຂ່າວ: 2019-09-05 10:04:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 494 | ຄວາມນິຍົມ:
ວັນທີ 4 ກັນຍາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງທາບ ທາມຄັດເລືອກເອົາບຸກຄະລາ ກອນເຂົ້າຄະນະພັກຮາກຖານຊຸດ ທີ 4 ຮອບທີ 1 ໂດຍພາຍໃຕ້ການ ເປັນປະທານຂອງສະຫາຍພົນຈັດ ຕະວາ ວຽງໄຊ ສົມວິຈິດ ເລຂາ ຄະນະພັກຮາກຖານ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະ ພັກ-ຄະນະກົມ, ພະແນກ, ພະນັກ ງານ-ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.
ໃນພິທີສະຫາຍພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະພັກ ຮາກຖານ ຮອງຫົວໜ້າກົມ ວສ- ປສ ການທະຫານ ໄດ້ຂຶ້ນຜ່ານ ເງື່ອນໄຂມາດຖານຜູ້ທີ່ຈະສະໝັກ ເຂົ້າໃນຄະນະພັກຮາກຖານຊຸດ ໃໝ່, ຕາມມາດຖານຂອງພັກວາງ ອອກ ໃນນີ້ຈະຕ້ອງມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ມີແບບແຜນ ວິທີເຮັດວຽກທີ່ມີວິທະຍາສາດ,ມີ ສຸຂະພາບແຂງແຮງ ກ້າຄິດກ້າຕັດ ສິນໃຈໃນສິ່ງທີ່ຖືກຕ້ອງ ບົນພື້ນ ຖານຫຼັກການລວມສູນປະຊາທິ ປະໄຕ ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ເປັນໄມ້ຫຼາວັດ ແທກຄຸນທາດການເມືອງຂອງ ຕົນມາຈັດຕັ້ງຜັນຂະຫຍາຍສ້າງ ຂະບວນການຕ່າງໆພາຍໃນກົມ ກອງໃຫ້ເປັນຂະບວນການຟົດຟື້ນ ກວ້າງຂວາງ ເຮັດວຽກວິຊາສະ ເພາະມີຄວາມຮັບປະກັນດີ ຕິດພັນ ກັບວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດເປັນປົກກະ ຕິ ມີການສະຫຼຸບຖອດຖອນບົດ ຮຽນສຳຫຼວດຕີລາຄາບັນດາ ຮາກຖານພັກ, ໜ່ວຍພັກ ສະເໜີ ຂັ້ນເທິງຍ້ອງຍໍໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ສຳເລັດ ໂດຍພື້ນຖານ, ໂອກາດດັ່ງກ່າວກໍ ໄດ້ປ່ອນບັດທາບທາມ, ເຊິ່ງຄະນະ ຈັດຕັ້ງກອງປະຊຸມໄດ້ລາຍງານ ຈຳນວນຜູ້ລົງສະໝັກຕົວຈິງມີ 23 ສະຫາຍ ໃນຈຳນວນສະມາຊິກພັກ ພາຍໃນກົມກອງທັງໝົດ 125 ສະ ຫາຍ, ໃນນີ້ມີສະມາຊິກພັກສົມ ບູນ 107 ສະຫາຍ ສຳຮອງ 18 ສະຫາຍ, ໃນນັ້ນໃຫ້ເລືອກເອົາ 14 ສະຫາຍ ຂີດອອກ 9 ສະຫາຍ ເພື່ອຄັດເລືອກໃນຮອບຕໍ່ໄປໃນ ການຈັດຕັ້ງປະຕິບັດ ກອງປະຊຸມ ໃຫຍ່ຄັ້ງທີ IV ຂອງຕົນທີ່ຈະມາ ເຖິງນີ້ໃຫ້ມີຄວາມຮັບປະກັນດີ.
ສະຫາຍປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ ຈົ່ງຍົກສູງຄຸນທາດການເມືອງ ຂອງຕົນໃຫ້ສູງຂຶ້ນ ມີຄວາມຮັບ ຜິດຊອບຕໍ່ໜ້າທີ່ການງານວຽກວິ ຊາສະເພາະ ແລະ ວຽກຂະບວນ ການໃຫ້ຟົດຟື້ນ ເພື່ອເຮັດໃຫ້ການ ຄັດເລືອກເອົາບຸກຄະລາກອນທີ່ ຕົນເອງເຫັນວ່າມີຄວາມສາມາດ ນຳພາກົມກອງກ້າວຂຶ້ນຕາມ ແບບແຜນ ແລະ ທັນສະໄໝບົນ ພື້ນຖານຖືເອົາ 5 ຫຼັກການ 3 ທິດ
ນຳຂອງພັກເພື່ອສ້າງໃຫ້ກົມກອງ
ກາຍເປັນກອງປອດໃສ ເຂັ້ມແຂງ ໜັກ ແໜ້ນ, ກອງວັດທະນະທຳ-ນັກ ຮົບວັດທະນະທຳ.
ໂດຍ: ສອນໄຊ ສຸກສິງຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ