ເສັ້ນທາງລົດໄຟ ລາວ-ຈີນ ເປັນຫົວຈັກຫຼັກສຳຄັນ ຊຸກຍູ້ການເຕີບໂຕເສດຖະກິດຂອງ ສປປ ລາວ
ເວລາອອກຂ່າວ: 2026-01-13 09:13:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ: ![]()
ການຈັດຕັ້ງປະຕິບັດວຽກ ງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ເຊິ່ງຖືເປັນບາດກ້າວປະຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານທາງລົດໄຟລາວ-ຈີນ ໃນວັນທີ 7 ມັງກອນ 2026 ຜ່ານມາວ່າ: ໃນໄລຍະຜ່ານມາ, ຂະແໜງ ຍທຂ ກໍຄືໂຄງການທາງລົດໄຟ ລາວ-ຈີນໄດ້ປະເຊີນກັບສິ່ງທ້າທາຍອັນໜັກໜ່ວງທີ່ບໍ່ເຄີຍມີມາກ່ອນ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການເຄື່ອນຍ້າຍ ແລະ ຂົນສົ່ງ, ວິກິດການທາງດ້ານເສດຖະກິດ-ການເງິນ ແລະ ບັນຫາເງິນເຟີ້, ສະພາວະຄ່າຄອງ ຊີບສູງ ແລະ ການຂາດແຄນນ້ຳມັນເຊື້ອໄຟໃນບາງໄລຍະ ເຖິງຢ່າງໃດກໍຕາມດ້ວຍຄວາມເດັດ ດ່ຽວຂອງລັດຖະບານ ແລະ ການຮ່ວມມືຢ່າງໃກ້ຊິດລະຫວ່າງລາວ-ຈີນ. ໂຄງການດັ່ງກ່າວ, ຍັງສາມາດດຳເນີນການ ແລະ ສ້າງຜົນປະໂຫຍດໄດ້ຢ່າງຕໍ່ເນື່ອງ. ນັບແຕ່ເລີ່ມເປີດບໍລິການທາງລົດໄຟລາວ-ຈີນ (ວັນທີ 3 ທັນວາ 2021) ປັດຈຸບັນໄດ້ສ້າງຕົວເລກສະຖິຕິທີ່ໜ້າປະທັບໃຈທັງສອງດ້ານຄື: ດ້ານການຂົນສົ່ງຜູ້ໂດຍສານ: ສະເພາະໃນ ສປປ ລາວຂົນສົ່ງຜູ້ໂດຍສານໄດ້ທັງໝົດ 12 ລ້ານເທື່ອຄົນ, ຕະຫຼອດເສັ້ນທາງ (ວຽງຈັນ-ຄຸນໝິງ) ຂົນສົ່ງໄດ້ສູງເຖິງ 62 ລ້ານເທື່ອຄົນ; ດ້ານການຂົນສົ່ງສິນຄ້າ: ສະເພາະໃນ ສປປ ລາວ ສາມາດລຳລຽງສິນຄ້າໄດ້ 16 ລ້ານໂຕນ, ຕະຫຼອດເສັ້ນທາງຕົວເລກການຂົນສົ່ງສິນຄ້າສູງເຖິງ 72 ລ້ານໂຕນ, ຊ່ວຍຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການຂົນສົ່ງຢ່າງຫຼວງຫຼາຍ. ພ້ອມນັ້ນ, ດ້ານເສດຖະກິດ ແລະ ການທ່ອງທ່ຽວທາງລົດໄຟສາຍນີ້ໄດ້ກາຍເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວສາກົນເຂົ້າມາລາວໄດ້ເຖິງ 12,5 ລ້ານຄົນ, ສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ລະບົບເສດຖະກິດໄດ້ກວ່າ 2,6 ຕື້ໂດລາ.
ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ເພື່ອສືບຕໍ່ຂະຫຍາຍໝາກຜົນດັ່ງກ່າວ ລັດຖະບານໄດ້ວາງແຜນຍຸດທະສາດທີ່ຕັ້ງໜ້າໃນໄລຍະ 5 ປີຕໍ່ໜ້າ (2026-2030) ຄື: ນັກທ່ອງທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານຄົນ, ຄາດຄະເນລາຍຮັບປະມານ 8 ຕື້ໂດລາ, ນັກທ່ອງທ່ຽວພາຍໃນສູ້ຊົນໃຫ້ໄດ້ 11 ລ້ານເທື່ອຄົນ, ຄາດຄະເນລາຍຮັບ 5 ຕື້ໂດລາ, ການຂະຫຍາຍໂຄງຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງ ຈະສືບຕໍ່ຍົກລະດັບການເຊື່ອມຕໍ່ລະຫວ່າງທາງລົດໄຟ ລາວ-ໄທ ແລະ ລາວ-ຈີນໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນສູນກາງໂລຈິສຕິກຂອງພາກພື້ນ, ເສັ້ນທາງໃໝ່ຄາດວ່າຈະເລີ່ມລົງມືກໍ່ສ້າງທາງລົດໄຟລາວ-ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມສຶກສາຄວາມເປັນໄປໄດ້ໃນການສ້າງທາງລົດໄຟວຽງຈັນ-ປາກເຊ ເພື່ອເຊື່ອມຕໍ່ລົງສູ່ພາກໃຕ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















