ກອງພັນໃຫຍ່ 301 ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-15 08:37:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ: ![]()
ໃນວັນທີ 13 ມັງກອນ 2026 ນີ້, ກອງພັນໃຫຍ່ 301 ທີຂຶ້ນກັບກອງພົນທີ 3 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພັນໂທ ບຸນໄຊ ເພັງສຸວັນ ຫົວໜ້າການທະຫານກອງພັນໃຫຍ່ 301, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, ກົມກອງ ຕະຫຼອດຮອດພະນັກງານ ຫຼັກແຫຼ່ງ ທົ່ວກອງພັນໃຫຍ່ເຂົ້າຮ່ວມ.
ໃນໂອກາດນີ້ ສະຫາຍ ພັນໂທ ບຸນໄຊ ເພັງສຸວັນ ຫົວໜ້າການທະຫານກອງພັນໃຫຍ່ 301, ໄດ້ຂຶ້ນປາຖະກະຖາ ຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີ ທີ່ຜ່ານມາ ,ກອງທັບລາວອິດສະຫຼະໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວຮຸງພຽງສາໂດຍແມ່ນ ປະທ່ານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ. ການກຳເນີດເກີດຂຶ້ນຂອງກອງທັບປະຊາຊົນລາວນີ້, ໄດ້ເປັນຂີດໝາຍທາງປະຫວັດສາດໃນການເຕົ້າໂຮມປັບປຸງບັນດາກຳລັງພາກຕ່າງໆ,ຢູ່ພາຍໃນປະເທດໃຫ້ເປັນເອກະພາບສືບຕໍ່ຂະຫຍາຍກຳລັງ, ຈັດຕັ້ງສູ້ຮົບ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ກອງທັບລາວອິດສະຫຼະ ຕໍ່ມາໄດ້ປຽນຊື່ເປັນ ກອງທັບປະຊາຊົນລາວທີ່ໄດ້ເກີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຈາກການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ຍ້ອນການຮຸກຮານຂອງອິດທິພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ໄດ້ເສີມສ້າງມະນາຈິດໃຫ້ປະຊາຊົນບັນດາເຜົ່າໃຫ້ມີນ້ຳໃຈຮັກຊາດ ແລະ ຮັກລະບອບໃໝ່ໃຫ້ສູງສົ່ງ, ສືບທອດມູນເຊື້ອອັນອົງອາດກ້າແກ່ນ,ຈາກບັນພະບູລຸດຂອງເຊື້ອຊາດລາວບັນດາເຜົ່າຕ່າງໆ, ບວກກັບການນຳພາອັນປີຊາ ສາມາດຂອງພັກເຮົາ ຫຼັງຈາກໄດ້ຮັບການສ້າງຕັ້ງຂຶ້ນພ້ອມປະເຊີນໜ້າກັບສັດຕູທີ່ມີກຳລັງທາງດ້ານເສດຖະກິດ, ກຳລັງພົນ, ອາວຸດຍຸດໂທປະກອນ ເໜືອກວ່າ ແລະ ແຂງແຮງກວ່າຫຼາຍເທົ່າ ດ້ວຍນ້ຳໃຈຮັກຊາດອັນສູງສົງ ແລະ ການສືບທອດມູນເຊື້ອອັນອົງອາດກ້າຫານ ຂອງບັນພະບູລຸດແຫ່ງເຊື້ອຊາດລາວຊົນເຜົ່າຕ່າງໆ, ບວກກັບການນຳພາອັນປິຊາສາມາດຂອງພັກເຮົາທີ່ໄດ້ເຄື່ອນໄຫວສູ້ຮົບຢ່າງອົງອາດກ້າຫານເດັດດ່ຽວ ຍິ່ງຕີກໍ່ຍິ່ງໄດ້ຮັບໄຊຊະນະຕະຫຼອດມາ ແລະ ໄດ້ຜ່ານພາອຸປະສັກນາໆປະການ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້,ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. ພ້ອມນັ້ນ ສະຫາຍ ຍັງໄດ້ເໜັ້ນໜັ້ກໃຫ້ພະນັກງານ - ນັກຮົບ ພາຍໃນກົມກອງ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອຮັກຊາດ,ຮັກປະຊາຊົນ ຮູ້ຈຳແນກມິດສັດຕູ, ຍົກສູງນ້ຳໃຈຮັກຊາດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກໃຫ້ສູງຂຶ້ນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດ ຂອງປະເທດຊາດດ້ວຍຄວາມບໍລິສຸດໃຈ.
ພາບ: ຄຳນ້ອຍ
ຂ່າວ: ຈອມແສງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















