ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ໄຊ​ຍະ​ບູ​ລີ ຈະ​ສຸມ​ໃສ່​ບາງ​ວຽກ​ຈຸດ​ສຸມ ເພື່ອ​ສືບຕໍ່​ຮັກສາ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ​ໃຫ້​ໝັ້ນຄົງ
ເວລາອອກຂ່າວ: 2026-01-15 09:22:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ແຂວງ​ໄຊ​ຍະ​ບູ​ລີ ເປັນ​ແຂວງ​ໜຶ່ງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ 6 ແຂວງ ຂອງ​ຣາ​ຊະ​ອານາ ຈັກ​ໄທ, ມີ​ຄວາມ​ຍາວ 647 ກິໂລແມັດ(ທາງບົກ 518 ກິໂລແມັດ, ທາງນ້ຳ 129 ກິໂລແມັດ), ມີ​ບ້ານທີ່​ຕິດ​ກັບຊາຍ​ແດນ​ໄທ 78 ບ້ານ ເພື່ອ​ສືບຕໍ່​ຮັກສາ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ​ໃຫ້​ໝັ້ນຄົງ, ແຂວງ​ໄຊ​ຍະ​ບູ​ລີ ຈະ​ສຸມ​ໃສ່​ບາງ​ວຽກ​ງານ​ຈຸດ​ສຸມ ໂດຍ​ສະເພາະ ຈະ​ສືບຕໍ່​ປົກ​ປັກ​ຮັກສາ​ຫຼັກ​ໝາຍ​ຊາຍ​ແດນ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ດ່ານ ແລະ ສິ່ງອຳນວຍ​ຄວາມສະດວກ​ອື່ນໆ ແລະ ຈະ​ສືບຕໍ່​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕາມ​ບໍລິເວນ​ຊາຍ​ແດນ​ໃຫ້​ມີ​ຄວາມ​ສະຫງົບ ຄວມ​ປອດ​ໄພ​ໂດຍ ພື້ນຖານ. ສະຫາຍ ເພັງ​ນິ​ລັນ ຄຳ​ພັນ​ເພັງ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ ເມື່ອ​ບໍ່​ດົນ​ນີ້​ວ່າ: ນັບ​ແຕ່​ປີ 2026 ເປັນຕົ້ນ​ໄປ ແຂວງ​ໄຊ​ຍະ​ບູ​ລີ ຈະ​ສືບຕໍ່​ສຸມ​ໃສ່​ບາງ​ວຽກ​ງານ​ຈຸດ​ສຸມ ເພື່ອ​ສືບຕໍ່​ຮັກສາ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ​ໃຫ້​ໝັ້ນຄົງ ເປັນຕົ້ນ ຈະ​ສືບຕໍ່​ຜັນ​ຂະຫຍາຍ​ແນວທາງ ​ປກຊ-​ປກສ ແລະ ການ​ຕ່າງປະເທດ​ຂອງ​ພັກ ເຂົ້າ​ສູ່​ຊີວິດ​ຕົວ​ຈິງ; ສືບຕໍ່​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ ເພື່ອ​ອັດ​ປ່ອງ​ຂ້າມ​ລອຍ​ຂອງ​ກຸ່ມ​ຄົນ​ບໍ່​ດີ; ສືບຕໍ່​ປະຕິ ບັດ​ກົນ​ໄກ​ປະສານ​ງານ ຂອງ​ຄະນະ​ກຳມະການ​ຮ່ວມ ​ມື​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ຂອງ​ສອງ​ຝ່າຍ ແລະ ຈະ​ສົ່ງເສີມ​ການ​ຄ້າ, ການ​ລົງທຶນ, ການ​ແລກປ່ຽນ​ວັດທະນະທຳ ແລະ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ສອງ​ຊາດ ລາວ-ໄທ. ສະຫາຍ ເພັງ​ນິ​ລັນ ຄຳ​ພັນ​ເພັງ ຍັງ​ໃຫ້​ຮູ້​ອີ​ກວ່າ: ຕະຫຼອດ​ໄລຍະ 5 ປີຜ່ານມາ, ພາຍ​ໃຕ້​ການ ນຳພາ-ຊີ້​ນຳ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ແນວທາງ​ປ້ອງ​ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ ທີ່​ກຳນົດ​ອອກ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ແຂວງ; ຄະນະ​ກຳມະການ ​ປກຊ-​ປກສ ແຂວງ ໄດ້​ເປັນ​ເຈົ້າ​ ການ​ສົມທົບ​ກັບ​ກະຊວງ​ທີ່​ກ່ຽວຂ້ອງ ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະເທດ ເຂົ້າ​ສູ່​ສະພາບ​ຄວາມ​ເປັນ​ຈິງ, ໄດ້​ຖື​ສຳຄັນ​ກົນ​ໄກ​ປະສານ​ງານ ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ລາວ-ໄທ ໂດຍ​ຜັດປ່ຽນ​ກັນ​ເປັນ​ເຈົ້າພາບ ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ເຊິ່ງ​ກັນ ແລະ ກັນ. ພ້ອມ​ນັ້ນ, ຍັງ​ໄດ້​ຊຸກຍູ້​ກົນ​ໄກ​ປະສານ​ງານ ລະຫວ່າງ​ເມືອງ​ກັບ​ເມືອງ ຢ່າງ​ນ້ອຍ​ປີ​ລະ​ຄັ້ງ ເພື່ອ​ທົບ​ທວນ​ການຈັດຕັ້ງ​ປະຕິບັດ​ບົດ​ບັນ ທຶກ​ຮ່ວມ​ກັນ​ຢ່າງ​ເປັນ​ປົກກະ ຕິ; ເອົາໃຈໃສ່​ປົກ​ປັກ​ຮັກສາ​ຫຼັກ​ໝາຍ​ຊາຍ​ແດນ, ຕ້ານ ແລະ ສະກັດ​ກັ້ນ​ການ​ຄ້າຂາຍ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ ແລະ ການ​ຄຸ້ມ​ຄອງ​ແຮງ​ງານ, ທັງ​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ຕ່າງໆ ໂດຍ​ປະສານ​ສົມທົບ​ກັບ​ກຳລັງ ທະຫານ​ຊາຍ​ແດນ​ລົງ​ຕິດຕາມ, ກວດກາ​ການ​ທຳ​ການ​ຜະລິດ​ຂອງ​ປະຊາຊົນ​ທັງ​ສອງ​ຝ່າຍ​ຢູ່​ລຽບ​ຕາມ​ຊາຍ​ແດນ, ພ້ອມ​ກັນ​ປົກ​ປັກ​ຮັກສາ ແລະ ອະນາໄມ​ຫຼັກ​ໝາຍ​ຊາຍ​ແດນ, ອຳນວຍ​ຄວາມ​ສະດວກ​ໃນ​ການ​ບໍລິການ​ເຂົ້າ-ອອກ​ດ່ານ ເຮັດ​ໃຫ້ການ​ພົວພັນ​ການ​ແລກປ່ຽນ​ສິນຄ້າ ແລະ ການ​ພົວພັນ​ປະສານ​ງານ​ດ້ານ​ຕ່າງໆ​ມີ​ບັນຍາກາດ​ດີ​ຂຶ້ນ. ພ້ອມ​ນີ້, ຍັງ​ໄດ້​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ກຳລັງ​ທະຫານ​ຊາຍ​ແດນ ແລະ ກອງ​ຫຼອນ​ບ້ານ ໃນ​ການ​ລາດຕະເວນ​ກວດກາ, ໄດ້​ຈັດ​ວາງ​ປ້ອມ​ຈັ້ງ​ທ່າ ແລະ ສ້າງ​ແຜນການ​ປ້ອງ​ກັນ​ບໍລິເວນ​ແຂວງ-ເມືອງ, ສ້າງ​ບ້ານ​ປ້ອມ​ໝັ້ນ​ສູ້​ຮົບ​ເອກະ ລາດ​ໄດ້ 97 ບ້ານ, ສ້າງ​ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ​ໄດ້ 73 ກຸ່ມ. ມາ​ເຖິງ​ປັດຈຸບັນ, ສາມາດ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 427 ບ້ານ (ເພີ່ມ​ຂຶ້ນ 19 ບ້ານ), ສ້າງ​ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ ໄດ້ 425 ບ້ານ (ເພີ່ມ​ຂຶ້ນ 6 ບ້ານ). ຜົນງານ​ພົ້ນ​ເດັ່ນ ແມ່ນ​ການ​ພັດທະນາ​ພື້ນ ຖານ​ໂຄງ​ລ່າງ ເຊັ່ນ: ເສັ້ນທາງ​ອອກ​ສູ່​ຊາຍ​ແດນ, ກໍ່ສ້າງ​ຕ້ານ​ເຈື່ອນ ແລະ ຍົກ​ລະດັບ​ດ່ານ​ສາກົນ ເຮັດ​ໃຫ້ການ​ຄ້າ-ການ​ບໍລິການ ຂະຫຍາຍຕົວ​ດີ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ