ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ການ​ຮ່ວມ​ມື​ລາວ-ຫວຽດນາມ ບັນລຸ​ໄດ້​ຜົນສຳເລັດ​ອັນ​ສຳຄັນ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-01-15 09:24:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ສະຫາຍ ທອງ​ສະຫວັນ ພົມວິຫານ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແຫ່ງ ​ສປປ ລາວ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ​ຫວຽດນາມ - ລາວ ໃນ​ສະໄໝ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ລາວ ແລະ ສະໄໝ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ຫວຽດນາມ ວ່າ: ​ສປປ ລາວ ແລະ ​ສສ ຫວຽດນາມ, ພາຍ​ໃຕ້​ຄວາມ​ເອົາໃຈໃສ່ ແລະ ການ​ຊີ້​ນຳ-ນຳພາ​ຢ່າງ​ເປັນ​ປະຈຳ​ຂອງ​ສອງ​ພັກ, ສອງ​ລັດ ສາມາດ​ຕີ​ ລາຄາ​ໄດ້​ຢ່າງ​ໜັກ​ແໜ້ນ​ວ່າ ການ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ແລະ ​ສສ ຫວຽດນາມ ໃນ​ສະໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ ສາມາດ​ບັນລຸ​ໄດ້​ຜົນສຳເລັດ​ອັນ​ສຳຄັນ​ຫຼາຍ​ດ້ານ, ບັນດາ​ກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ຂອງ​ສອງ​ຝ່າຍ ໄດ້​ຕັ້ງໜ້າ​ປະສານ​ສົມທົບ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ ລາວ-ຫວຽດນາມ ໄດ້​ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ແທດ​ກັບ​ຕົວ​ຈິງ, ການ​ຮ່ວມ​ມື​ສອງ​ຝ່າຍ ໄລຍະ 2021-2025 ສາມາດ​ບັນລຸ​ໄດ້​ບັນດາ​ເປົ້າ​ໝາຍ​ທີ່​ວາງ​ອອກ, ສິ່ງ​ທີ່​ພົ້ນ​ເດັ່ນ ໃນ​ໄຕ​ມາດ​ທີ IV ຂອງ​ປີ 2024 ແລະ ປີ 2025 ແມ່ນ​ການ​ຫັນປ່ຽນ​ທີ່​ແຂງແຮງ, ສາມາດ​ແກ້​ໄຂ​ໄດ້​ຢ່າງ​ຂາດ​ຕົວ ບັນດາ​ເນື້ອ​ໃນ, ແຜນການ ແລະ ໂຄງການ​ຮ່ວມ​ມື​ຍຸດ​ທະ​ສາດ ເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່​ລະ​ປະເທດ, ໄດ້​ມີ​ການ​ປັບປຸງ ແລະ ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ແບບ​ຍຸດ​ທະ​ສາດ ກ່ຽວ​ກັບ ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ, ການ​ຮ່ວມ​ມື​ຮອບດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ລະຫວ່າງ ລາວ-ຫວຽດນາມ, ການ​ພົວພັນ​ດ້ານ​ການເມືອງ-ການ​ທູດ: ສືບຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ແລະ ນັບ​ມື້​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ການ​ທີ່​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ເພີ່ມ​ຄຳ​ວ່າ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ເຂົ້າ​ໃນ​ຄຳ​ຂວັນ​ຂອງ​ການ​ພົວພັນ​ສອງ​ຝ່າຍ​ນັ້ນ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການເມືອງ​ຢ່າງ​ເລິກເຊິ່ງ ແລະ ຄວາມ​ຕັ້ງໃຈ​ຮ່ວມ​ກັນ​ຂອງ​ສອງ​ພັກ ແລະ ສອງ​ລັດ​ໃນ​ການ​ຍົກ​ລະດັບ​ສາຍ​ພົວພັນ​ພິເສດ​ລາວ-ຫວຽດນາມ​ຂຶ້ນ​ສູ່​ລະດັບ​ໃໝ່ ເພື່ອ​ຕອບ​ສະໜອງ​ຜົນ​ປະໂຫຍດ ແລະ ຄວາມ​ມຸ່ງ​ຫວັງ​ຕົວ​ຈິງ​ຂອງ​ປະຊາຊົນ​ທັງ​ສອງ​ປະເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການ​ພັດທະນາ ໃນ​ພາກ​ພື້ນ ແລະ ໃນ​ໂລກ. ສະຫາຍ ທອງ​ສະຫວັນ ພົມວິຫານ ໃຫ້​ຮູ້​ຕື່ມ​ວ່າ: ສຳລັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ: ສືບຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາຄ້ຳ​ທີ່​ສຳຄັນ​ໃນ​ການ​ພົວພັນ​ລາວ-ຫວຽດນາມ ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການເມືອງ, ຮັບປະກັນ​ວຽກ​ງານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ​ຂອງ​ແຕ່​ລະ​ປະເທດ, ສອງ​ຝ່າຍ​ສືບຕໍ່​ຮັບປະກັນ​ຄວາມ​ປອດ​ໄພ, ຮັກສາ​ຊາຍ​ແດນ​ສັນຕິພາບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ດ້ານ​ສັງຄົມ​ຢູ່​ແຕ່​ລະ​ປະເທດ, ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ-ການ​ລົງທຶນ: ໄດ້​ມີ​ການ​ພັດທະນາ ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ ຫວຽດນາມ​ເປັນ​ຜູ້​ລົງທຶນ​ສຳຄັນ​ອັນ​ດັບ​ຕົ້ນໆ ຢູ່ ​ສປປ ລາວ; ໂຄງການ​ຮ່ວມ​ມື​ ຫຼາຍ​ໂຄງການ​ໄດ້​ດຳເນີນ​ໄປ​ຢ່າງ​ມີ​ປະ​ສິດທິ​ຜົນ ເຊິ່ງ​ຊ່ວຍ​ສົ່ງເສີມ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ລະຫວ່າງ​ສອງ​ປະເທດ. ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2025 ບັນລຸ​ໄດ້​ເກືອບ 3 ຕື້​ໂດ​ລາ ເຊິ່ງຈະ​ເປັນ​ປັດ​ໄຈ ໃຫ້​ສອງ​ຝ່າຍ​ສູ້​ຊົນ​ໃຫ້​ບັນລຸ 5 ຕື້​ໂດ​ລາ ຕາມ​ຄາດໝາຍ​ທີ່​ສອງ​ຝ່າຍ​ໄດ້​ວາງ​ໄວ້​ໃນ​ເວລາ​ອັນ​ໃກ້​ນີ້. ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳ-ສັງຄົມ: ມີ​ການ​ຮ່ວມ​ມື ແລະ ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ. ອັນ​ພົ້ນ​ເດັ່ນ​ແມ່ນ UNESCO ໄດ້​ຮັບຮອງ​ເອົາ​ສວນ​ອຸ​ທະຍານ​ທຳ​ມະ​ຊາດ​ຫີນ​ໜາມ​ໜໍ່ ຢູ່ ແຂວງ​ຄຳ​ມ່ວນ ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ ທີ່​ຄູ່​ຂະໜານ​ກັບ​ສວນ​ອຸ​ທະຍານ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ​ຟອງ​ຍາ​ແກ​ບາງ ຢູ່ ແຂວງ​ກວາງ​ບິງ ​ສສ ຫວຽດນາມ ເຊິ່ງ​ເປັນຄວາມ​ພະຍາຍາມ​ຮ່ວມ​ກັນ ແລະ ຄວາມ​ພາກພູມ​ໃຈ​ຂອງ​ສອງ​ປະເທດ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ - ບຳລຸງ​ສ້າງ ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ໄດ້​ຮັບ​ຄວາມ​ເອົາໃຈໃສ່​ເປັນ​ພິເສດ, ຮັບປະກັນ​ຄຸນ​ນະ​ພາບ ແລະ ປະ​ສິດທິ​ຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ