ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ສຸມ​ໃສ່ 6 ເປົ້າ​ໝາຍ​ໃຫຍ່ 26 ວຽກ​ຈຸດ​ສຸມ​ພັດທະນາ ​ເສດຖະກິດ-ສັງຄົມ ໃຫ້​ຂະຫຍາຍຕົວ​ຕໍ່​ເນື່ອງ
ເວລາອອກຂ່າວ: 2026-01-15 09:26:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ:



ໃນ​ໄລຍະ 5 ປີ ຕໍ່ໜ້າ, ລັດຖະບານ ຈະ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ 5 ປີ ຄັ້ງ​ທີ X (2026-2030), ໂດຍ​ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ 6 ເປົ້າ​ໝາຍ​ໃຫຍ່ ແລະ 26 ແຜນ​ວຽກ​ຈຸດ​ສຸມ ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ຈະ​ສູ້​ຊົນ​ໃຫ້​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ຂະຫຍາຍຕົວ​ສະເລ່ຍ 6% ຂຶ້ນ​ໄປ. ໃນ​ນີ້, GDP ຕໍ່​ຫົວ​ຄົນ​ໃຫ້​ໄດ້ 3.104 ໂດ​ລາ​ສະຫະລັດ. ສະຫາຍ ສອນ​ໄຊ ສີ​ພັນ​ດອນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ ລາຍ​ໄດ້​ໃຫ້​ຮູ້ ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ ເມື່ອ​ບໍ່​ດົນ​ນີ້​ວ່າ: ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ລັດຖະບານ ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ 6 ເປົ້າ​ໝາຍ​ໃຫຍ່ ແລະ 26 ແຜນ​ວຽກ​ຈຸດ​ສຸມ. ໃນ​ນັ້ນ, ເປົ້າ​ໝາຍ​ທີ 1 ຈະ​ສ້າງ​ເສດຖະກິດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ດ້ວຍ​ການ​ນຳ​ໃຊ້​ທ່າແຮງ ເພື່ອ​ເຮັດ​ໃຫ້​ເສດຖະກິດ ມີ​ສະຖຽນ​ລະ​ພາບ ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ມີ​ຄຸນ​ນະ​ພາບ, ໝັ້ນ​ທ່ຽງ ແລະ ຍືນ​ຍົງ ປະກອບ​ມີ 6 ແຜນ​ວຽກ​ຈຸດ​ສຸມ ຄື: ນຳ​ໃຊ້​ທ່າແຮງ​ບົ່ມ​ຊ້ອນ ເພື່ອ​ຍູ້​ແຮງ​ເສດຖະກິດ ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ມີ​ຄວາມ​ເຂັ້ມແຂງ ແລະ ມີ​ຄຸນ​ນະ​ພາບ​ສູງ; ພັດທະນາ​ເສດຖະກິດ​ມະຫາ​ພາກ​ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ໝັ້ນ​ທ່ຽງ; ຍົກ​ສູງ​ປະສິດທິພາບ​ການ​ລົງທຶນ ໃຫ້​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິດທິ​ຜົນ​ສູງ; ພັດທະນາ​ຈຸນ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ໄປ​ສູ່​ຄຸນ​ນະ​ພາບ​ໃໝ່​ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ສາມາດ​ແຂ່ງຂັນ​ກັບ​ພາກ​ພື້ນ ແລະ ສາກົນ; ພັດທະນາ​ລັດ​ວິ​ສາ​ຫະ​ກິດ ແລະ ເສດຖະກິດ​ລວມ​ໝູ່​ຂອງ​ປະຊາຊົນ​ໃຫ້​ມີ​ຄຸນ​ນະພາບ ແລະ ມີ​ຄວາມ​ເຂັ້ມແຂງ; ພັດທະນາ​ເສດຖະກິດ​ດີ​ຈິ​ຕອນ​ໃຫ້​ມີ​ຄວາມ​ເຂັ້ມແຂງ ເພື່ອ​ຂັບ​ເຄື່ອນ ການ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ມີ​ການ​ຂະຫຍາຍຕົວ​ທີ່​ຍືນ​ຍົງ. ເປົ້າ​ໝາຍ​ທີ 2 ຈະ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະໄໝ ເຊິ່ງ​ປະກອບ​ມີ 4 ແຜນ​ວຽກ​ຈຸດ​ສຸມ ຄື: ພັດທະນາ​ການ​ສຶກ​ສາ ໃຫ້​ມີ​ຄຸນ​ນະ​ພາບ ເພື່ອ​ຮອງ​ຮັບ​ການ​ພັດທະນາ​ຂອງ​ປະເທດ​ຊາດ; ພັດທະນາ​ວຽກ​ງານ​ສາທາລະນະ​ສຸກ ແລະ ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ໃຫ້​ມີ​ຄຸນ​ນະ ພາບ ແລະ ທົ່ວ​ເຖິງ; ພັດທະນາ​ສີມື​ແຮງ​ງານ ໃຫ້​ໄດ້​ປະລິມານ ແລະ ຄຸນ​ນະ​ພາບ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ ແລະ ພັດທະນາ​ບຸກ​ຄະລາ​ກອນ​ຂອງ​ພາກ​ລັດ ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ. ເປົ້າ​ໝາຍ​ທີ 3 ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ຕົວ​ເມືອງ ແລະ ເຂດ​ຊົນນະບົດ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ສົມ​ຄູ່ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ຫຼຸດ​ລົງ ເທື່ອ​ລະ​ກ້າວ, ປະກອບ​ມີ 6 ແຜນ​ວຽກ​ຈຸດ​ສຸມ ຄື: ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ; ປັບປຸງ​ວຽກ​ງານ​ຄ້ຳປະກັນ​ສະບຽງ​ອາຫານ ແລະ ໂພຊະ​ນາ​ການ ໃຫ້​ທົ່ວ​ເຖິງ ແລະ ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ; ສົ່ງເສີມ ແລະ ພັດທະນາ​ໄວ​ໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມ​ສະເໝີພາບ ຍິງ-ຊາຍ ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ; ພັດທະນາ​ວຽກ​ງານ​ຖະແຫຼງ​ຂ່າວ ໃຫ້​ທັນ​ສະໄໝ ແລະ ວ່ອງໄວ, ສົ່ງເສີມ​ວັດທະນະທຳ ທີ່​ເປັນ​ເອກະລັກ​ຂອງ​ຊາດ, ກ້າວໜ້າ ແລະ ສ້າງ​ໃຫ້​ສັງຄົມ​ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ແລະ ສີວິໄລ; ປັບປຸງ​ລະບົບ​ປະກັນ​ສັງຄົມ-ປົກ​ປ້ອງ​ສັງຄົມ​ໃຫ້​ກວ້າງຂວາງ ແລະ ມີ​ຄຸນ​ນະ ພາບ; ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ທີ່​ໄດ້​ຮັບ​ຜົນ​ກະ ທົບ​ຈາກ​ລະເບີດ​ບໍ່​ທັນ​ແຕກ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ເປົ້າ​ໝາຍ​ທີ 4 ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ ມະ​ຊາດ ແລະ ສິ່ງແວດລ້ອມ ໃຫ້​ມີ​ຄວາມ​ຍືນ​ຍົງ ແລະ ສາມາດ​ກຽມພ້ອມ​ຮັບ​ ມື​ກັບ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ ແລະ ໄພພິບັດ​ຕ່າງໆ, ປະກອບ​ມີ 3 ແຜນ​ວຽກ​ຈຸດ​ສຸມ ຄື: ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ປ່າໄມ້, ທີ່​ ດິນ, ນ້ຳ ແລະ ແຮ່​ທາດ ຢ່າງ​ມີ​ແຜນການ, ປະຢັດ, ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ ແລະ ມີ​ຄວາມ​ຢືນ​ຍົງ; ສົ່ງເສີມ​ວຽກ​ງານ​ການ​ເຕີບ​ໂຕ​ສີຂຽວ ແລະ ວຽກ​ງານ​ການ​ແກ້​ໄຂ​ບັນຫາ​ປ່ຽນແປງ​ດິນ​ຟ້າ​ອາກາດ ເພື່ອ​ຫຼຸດຜ່ອນ ແລະ ເພີ່ມ​ການ​ດູດ​ຊັບ​ທາດ​ອາຍ​ພິດ​ເຮືອນ​ແກ້ວ ໃຫ້​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ ຢ່າງ​ຕັ້ງໜ້າ ແລະ ກວ້າງຂວາງ; ເພີ່ມ​ທະວີ​ການ​ປ້ອງ​ກັນ, ການ​ຄວບ​ຄຸມ ແລະ ການ​ຟື້ນ​ຟູ​ຫຼັງ​ໄພພິບັດ​ຕ່າງໆ. ເປົ້າ​ໝາຍ​ທີ 5 ຈະ​ພັດທະນາ​ການ​ເຊື່ອມ​ໂຍງ-ເຊື່ອມ​ຈອດ​ພາກ​ພື້ນ ແລະ ສາກົນ​ຢ່າງ​ກວ້າງຂວາງ ແລະ ມີ​ປະ​ສິດທິ​ຜົນ ເຊິ່ງ​ປະກອບ​ມີ 4 ແຜນ​ວຽກ​ຈຸດ​ສຸມ ຄື: ພັດທະນາ​ພື້ນຖານ​ໂຄງ​ລ່າງ ທີ່​ສາມາດ​ເຊື່ອມ​ຈອດ-ເຊື່ອມ​ໂຍງ​ພາຍ ​ໃນ, ພາກ​ພື້ນ ແລະ ສາກົນ ເອື້ອ​ອຳນວຍ​ໃຫ້​ແກ່​ການ​ຜະລິດ, ການ​ບໍລິການ, ການ​ຄ້າ ແລະ ການ​ລົງທຶນ; ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື, ການ​ເຊື່ອມ​ໂຍງ​ການ​ຄ້າ ແລະ ການ​ລົງທຶນ​ກັບ​ພາກ​ພື້ນ ແລະ ສາກົນ ຢ່າງ​ຕັ້ງໜ້າ ແລະ ກວ້າງຂວາງ​ກວ່າ​ເກົ່າ; ພັດທະນາ​ເຂດ​ແຄວ້ນ ແລະ ທ້ອງຖິ່ນ ໃຫ້​ມີ​ຄວາມ​ສົມ​ດຸນ, ເຂັ້ມແຂງ ແລະ ສອດຄ່ອງ​ກັບ​ທ່າແຮງ​ບົ່ມ​ຊ້ອນ; ພັດ​ທະ ນາ​ຕົວ​ເມືອງ ແລະ ເຂດ​ເສດຖະກິດ​ພິເສດ ໃຫ້​ກາຍເປັນ​ຖານ​ການ​ຜະລິດ, ການ​ລົງທຶນ, ການ​ຄ້າ ແລະ ການທ່ອງທ່ຽວ ທີ່​ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ. ສ່ວນ​ເປົ້າ​ໝາຍ​ທີ 6 ພັດທະນາ​ຄຸ້ມ​ຄອງ-ບໍລິຫານ​ລັດ​ໃຫ້​ມີ​ປະສິດທິພາບ, ການເມືອງ​ມີ​ສະຖຽນ​ລະ​ພາບ, ສັງຄົມ​ມີ​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ, ຍຸຕິ​ທຳ ແລະ ສີວິໄລ ປະກອບ​ມີ 3 ວຽກ​ຈຸດ​ສຸມ ຄື: ຍົກ​ສູງ​ປະສິດທິພາບ​ການ​ປົກຄອງ-ການ​ຄຸ້ມ​ຄອງ​ບໍລິຫານ​ລັດ​ໃຫ້​ມີ​ຄວາມ​ກະທັດ​ຮັດ, ວ່ອງໄວ ແລະ ເຂັ້ມ​ງວດ​ຕາມ​ກົດ ໝາຍ ແລະ ຕາມ​ທິດ 3 ສ້າງ ໃຫ້​ເຂົ້າ​ສູ່​ລວງ​ເລິກ ແລະ ປະຕິບັດ​ຕົວ​ຈິງ​ຢ່າງ​ມີ​ປະ​ສິດທິ​ຜົນ​ສູງ; ປັບປຸງ​ກົນ​ໄກ, ລະບຽບ​ການ​ປະສານ​ງານ ລະຫວ່າງ​ພາກ​ລັດ ​ດ້ວຍ​ກັນ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ວ່ອງໄວ​ຂຶ້ນ; ຮັບປະກັນ​ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ສະຫງົບ ແລະ ມີ​ຄວາມ​ເປັນ​ລະບຽບ ຮຽບ​ຮ້ອຍ​ໃນ​ສັງຄົມ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ປະຊາທິປະໄຕ, ຍຸຕິ​ທຳ ແລະ ສີວິໄລ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ