ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ຫຼາຍພາກສ່ວນເຂົ້າອວຍພອນ ວປກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-15 15:02:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ:



ວັນທີ 13 ມັງກອນ 2026 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ), ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຂອງຫຼາຍພາກສ່ວນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026 ) ໃນນີ້, ມີວິທະຍາຄານສັນຕິບານປະຊາຊົນ ນຳໂດຍ ພົນຈັດຕະວາ ປອ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ພ້ອມດ້ວຍຄະນະ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ນຳໂດຍ ພົນຈັດຕະວາ ປອ ສຸກນິລັນດອນ ກຸນລະວົງ ຫົວໜ້າອຳນວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ, ວິທະຍາຄານຕຳຫຼວດປະຊາຊົນ ນຳໂດຍ ພັນເອກ ບຸນຮຽງ ສອນສົມບັດ ຮອງຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ພ້ອມດ້ວຍຄະນະ ແລະ ສູນການແພດຟື້ນຟູໜ້າທີ່ການ ນຳໂດຍ ທ່ານ ເກດແກ້ວ ສໍພາບມີໄຊ ຮອງຫົວໜ້າສູນການແພດຟື້ນຟູໜ້າທີ່ການ ພ້ອມດ້ວຍຄະນະ. ໃນໂອກາດນີ້, ແຕ່ລະພາກສ່ວນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກອງທັບ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ວປກ ຍາດມາໄດ້ຕະຫຼອດໄລຍະ 77 ປີຜ່ານມາ ພ້ອມທັງກ່າວອວຍພອນໄຊໃຫ້ ສະຫາຍ ພົນຕີ ພັນແສງ ບຸນພັນ, ພ້ອມດ້ວຍຄະນະ ຕະຫຼອດຮອດ ນາຍ ແລະ ພົນທະຫານ, ນັກສຶກສາທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້. ໂອກາດດັ່ງກ່າວ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກໍຄືນາຍ ແລະ ພົນທະຫານ ສະແດງຄວາມຂອບໃຈຕໍ່ຫຼາຍພາກສ່ວນທີ່ຍາມໃດເວລາໃດ ກໍເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຕໍ່ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026 ). ພ້ອມທັງອວຍພອນທຸກໆສະຫາຍຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ, ສືບຕໍ່ຊີ້ນຳ-ນຳພາ ກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ. ໂດຍ: ສົງການ ທະວີສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ