ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ເປີດຂະບວນການແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼີ້ນ ທົ່ວກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2026-01-15 15:03:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 897 | ຄວາມນິຍົມ:



ພິທີ ເປີດຂະບວນການແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼີ້ນ ທົ່ວກົມໃຫຍ່ເສນາທິການກອງທັບ ເພື່ອຂໍ່ານັບຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ, ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2026 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ,ກອງ, ຄະນະກໍາມະການ ແລະ ນັກສິລະປະເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ຜ່ານແຜນການ ສ້າງຂະບວນການແຂ່ງຂັນແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼີ້ນ ທົ່ວ ກົມໃຫຍ່ເສນາທິການກອງທັບ, ເພື່ອຂໍ່ານັບຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ, ທັງເປັນການສົ່ງເສີມ ແລະ ຮັກສາມູນເຊື້ອ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງພັກ ແລະ ຂອງກອງທັບ ສົ່ງເສີມໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີພອນສະຫວັນຮັກການຮ້ອງເພງ, ຂັບລຳ ແລະ ຟ້ອນຕ່າງໆ ເພື່ອກ້າວຂຶ້ນສູ່ເວທີສະແດງໃນ ລະດັບໃຫຍ່ຂຶ້ນໄປ ຈົນກາຍເປັນມືອາຊີບ ແລະ ອະນຸລັກ ປົກປັກຮັກສາ ມູນເຊື້ອວັດທະນາທຳອັນດີງາມຂອງຊາດ ໃຫ້ຄົນຮຸ່ນຫຼັງ ໄດ້ຮຽນຮູ້ ນຳໄປຈັດຕັ້ງປະຕິບັດເຂົ້າໃນຊີວິດຕົວຈິງ ກໍຄືສະແດງຮັບໃຊ້ກົມກອງ, ທັງເປັນການແລກປ່ຽນ ຖອດຖອນບົດຮຽນ ເອົາປະສົບການ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກົມກອງ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຢ່າງ ຖືກຕ້ອງ ແລະ ສອດຄອງ, ຍົກສູງຄວາມຮູ້ ຄວາມສາມາດ, ພອນສະຫວັນ, ລີລາການສະແດງອອກ, ນໍ້າສຽງທີ່ເປັນເອກະລັກຂອງນັກສິລະປິນ ພ້ອມທັງຄັດເລືອກເອົາລາຍການທີ່ໂດດເດັ່ນເປັນຕົ້ນແມ່ນ: ບົດຟ້ອນ, ບົດຂັບລຳ, ນັກຮ້ອງສຽງດີ ເພື່ອເຕົ້າໂຮມເອົານັກສິລະປິນຢູ່ບັນດາກົມກອງ ມາເປັນຕົວແທນສິລະປິນຂອງກົມໃຫຍ່ເສນາທິການກອງທັບ ກຽມເຂົ້າຮ່ວມງານແຂ່ງຂັນ ສິລະປະ-ວັນນະຄະດີ ໃນທົ່ວກອງທັບທີ່ຈະຈັດຂຶ້ນໃນຕໍ່ໜ້າ, ການແຂ່ງຂັນ-ປະກວດສິລະປະ-ວັນນະຄະດີ ໃນຄັ້ງນີ້, ມີທັງໝົດ 4 ລາຍການ ຄື: ບົດຮ້ອງເພງດ່ຽວ ຊາຍ, ບົດຮ້ອງເພງດຽວ ຍິງ, ບົດຂັບລຳທ້ອງຖິ່ນ ແລະ ບົດຟ້ອນລວມໝູ່ຍິງ-ຊາຍ, ມີກົມກອງເຂົ້າຮ່ວມທັງໝົດ 21 ກົມກອງ, ລາຍການເແຂ່ງຂັ້ນທັງໝົດ 57 ລາຍການ, ບົດຮ້ອງເພງດ່ຽວ ຊາຍມີ 26 ລາຍການ, ບົດຮ້ອງເພງດຽວ ຍິງ 09 ລາຍການ, ບົດຂັບລຳທ້ອງຖິ່ນ 19 ລາຍການ ແລະ ບົດຟ້ອນລວມໝູ່ຍິງ-ຊາຍ 06 ລາຍການ ມີນັກສິລະປະເຂົ້າຮ່ວມທັງໝົດ 91 ສະຫາຍ, ຍິງ 39 ສະຫາຍ, ພ້ອມນີ້, ກອງສິລະປະກອນກອງທັບ ຍັງມາຮ້ອງເພງ ເປັນຕົ້ນແບບ ການອອກພະລັງສຽງ, ລີລາ ແລະ ເທັກນິກຕ່າງໆ ໃຫ້ນັກສິລະປິນສະໝັກຫຼິ້ນ ທົ່ວກົມໃຫຍ່ເສນາທິການກອງທັບອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ