ປະກາດຍົກຂັ້ນເງິນເດືອນ, ປະດັບທຽບຊັ້ນ ໃຫ້ນາຍທະຫານຢູ່ກອງກອງພົນທີ 3
ເວລາອອກຂ່າວ: 2026-01-15 15:08:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 907 | ຄວາມນິຍົມ: ![]()
ໃນວັນທີ 15 ມັງກອນ 2026 ນີ້, ກອງພົນທີ 3 ໄດ້ຈັດພິທີປະກາດຍົກຂັ້ນເງິນເດືອນ, ປະດັບທຽບຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງກອງພົນທີ 3, ມີຄະນະພັກ-ຄະນະບັນຊາອົງການ, ກົມກອງ, ພະແນກການທີ່ກ່ຽວຂ້ອງ, ຕະຫຼອດຮອດນາຍທະຫານ ຜູ້ທີ່ໄດ້ຮັບການຍົກຂັ້ນເງິນເດືອນ ແລະ ປະດັບຊັ້ນຊັ້ນໃໝ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຂັ້ນເງິນເດືອນ, ປະດັບທຽບຊັ້ນ ໃຫ້ນາຍທະຫານ ຢູ່ກອງພົນທີ 3, ໃນນີ້, ຍົກຂັ້ນເງິນເດືອນຊັ້ນຮ້ອຍໂທ ຂຶ້ນຮັບເງິນຊັ້ນຮ້ອຍເອກ ຈໍານວນ 2 ສະຫາຍ, ປະດັບທຽບຊັ້ນຮ້ອຍໂທ ຈໍານວນ 12 ສະຫາຍ, ປະດັບທຽບຊັ້ນຮ້ອຍຕີ ຈໍານວນ 15 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ບັນດາສະຫາຍຍາດມາໄດ້ ແລະ ຮຽກຮ້ອງໃຫ້ ແຕ່ລະສະຫາຍສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ ມີວິທະຍາສາດ, ທັນສະໄໝ, ປັບປຸງຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ກໍາແໜ້ນແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ກົດລະບຽບຂອງກອງທັບ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ໃຫ້ສູງຂຶ້ນ.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















