ຮອງປະທານຄະນະກຳມະການປົກຄອງແຂວງ ມອບເຂົ້າສານໃຫ້ກອງບັນຊາການທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2026-01-15 15:13:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 827 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ( 20 ມັງກອນ 1949-20 ມັງກອນ 2026) ທີ່ຈະມາເຖິງໃນບໍ່ພໍທໍ່ໄດມື້ນີ້, ວັນທີ 14 ມັງກອນ 2025 ສະຫາຍ ຫົງຄຳ ພິມມະສານ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ສະຫາຍ ຄຳກ້ອນ ອົ້ວນວນສາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມທິມງານ ໄດ້ນຳເອົາຄວາມຢືຢາມຖາມຂ່າວ, ຄຳອວຍພອນ ແລະ ເຂົ້າສານຈຳນວນ 5 ໂຕ່ນ ລວມມູນຄ່າ 125 ລ້ານກີບ ມາມອບໃຫ້ກອງບັນຊາການທະຫານແຂວງຊຽງຂວາງ ເພື່ອນຳໄປມອບໃຫ້ອ້າຍນ້ອງທີ່ປະຕິບັດໜ້າທີ່ຢູ່ເຂດຖຸລະກັນດານ ຫາງໄກສອກຫຼີກ, ເຊິ່ງກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຄະນະປະຈຳພັກແຂວງ, ເລຂາຄະນະພັກ ຫົວຫນ້າການເມືອງ ກອງບັນຊາການພ້ອມຄະນະພັກຄະນະບັນຊາກອງບັນຊາການ
ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ດ້ກ່າວສະແດງຄວາມຂອບໃຈ ມາຍັງສະຫາຍ ຫົງຄຳ ພິມມະສານ ແລະ ສະຫາຍ ຄຳກ້ອນ ອົ້ວນວນສາ ພ້ອມຄະນະ ທີ່ໄດ້ນຳເອົາວັດຖຸປັດໃຈ, ຄຳອວຍພອນ, ກໍຄືເຂົ້າສານ ມາມອບໃນຄັ້ງນີ້ ໃນໂອກາດ ທີ່ກໍາລັງຫາງຫາກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ຈະມາເຖິງນີ້ ຕ່າງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກຳລັງທ້ອງຖິ່ນ ອວຍພອນໄຊອັນປະເສີດມາຍັງບັນດາສະຫາຍພ້ອມທິມງານຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ເບິ່ງແຍງອູມຊູຊ່ວຍເຫຼືອໃຫ້ກຳລັງໃຈພະນັກງານ-ນັກຮົບ ໃນການປະຕິບັດໜ້າທີ່ວຽກງານຕະຫຼອດໄປ.
ໂດຍ: ຮ້ອຍຕີ ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















