ບັນດາກົມກອງຈັດຕັ້ງປາຖະກະຖາ ແລະ ສ້າງຂະບວນການຂ່ຳນັບຮັບຕອນວັນສ້າງຕັ້ງກອງທັບ
ເວລາອອກຂ່າວ: 2026-01-16 08:47:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 232 | ຄວາມນິຍົມ: ![]()
ເພື່ອເປັນການຂໍ່ານັບຮັບຕອນ ວັນສຳຄັນທາງປະຫວັດສາດ ສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ ຫຼາຍກົມກອງໄດ້ຈັດຕັ້ງປາຖະກະຖາ ແລະ ສ້າງຂະບວນການຕ່າງໆ.
ກອງບັນຊາການທະຫານແຂວງສາລະວັນ: ໄດ້ຈັດຕັ້ງປາ ຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949-20 ມັງ ກອນ 2026) ເພື່ອຫວນຄືນປະ ຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຜົນງານ, ໄຊ ຊະນະ, ທາດແທ້ ແລະມູນເຊື້ອຂອງກອງທັບປະຊາຊົນລາວ ໂດຍການເປັນປະທານ ແລະ ບັນ ຍາຍເອກະສານຂອງ ສະຫາຍ ພັນເອກ ວິໄລ ພິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການ ທະຫານແຂວງສາລະວັນ, ມີພະ ນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງຈຳນວນ 213 ສະຫາຍ, ຍິງ 48 ສະຫາຍ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ດຳເນີນການປະຕິວັດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດ ປະຊາທິປະໄຕ ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງ ຕັ້ງລະບອບ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975. ການປາຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າໃຈເຖິງທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບຍາມໃດກອງທັບເຮົາກໍມີຄວາມຈົງຮັກພັກດີ, ມີຄວາມຊື່ສັດບໍລິສຸດທີ່ເຕັມໄປດ້ວຍນ້ຳໃຈສາມັກຄີເສຍສະຫຼະອັນສູງສົ່ງເພື່ອຊາດ ຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜ້ຽວແໜ້ນ ແລະ ມີພິບໄຫວ ມີນ້ຳໃຈດຸໜັ່ນຂະຫຍັນພຽນ ອອກແຮງງານເພີ່ມພູນຜະ ລິດຜົນ ປະຢັດມັດທະຍັດ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ໃຫ້ດີຂຶ້ນ.
ກອງພົນທີ 4: ໄດ້ສະຫຼຸບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳ ປີ 2025 ແລະ ສືບຕໍ່ເປີດຂະບວນການແຂ່ງຂັນໄລຍະສັ້ນ ຮັກຊາດ ແລະ ພັດທະນາ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເຂັມພອນ ມູນທະດີ ຫົວໜ້າການທະຫານກອງພົນທີ 4 ໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະປີ 1 ປີ ຜ່ານມາ ເພື່ອນຳໄປປັບປຸງເປີດຂະບວນການແຂ່ງຂັນ ທົ່ວກອງພົນທີ 4 ປະຈຳປີ 2026 ເພື່ອເຮັດໃຫ້ການຈັດຕັ້ງເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນ ປະຈຳປີ 2026 ໃຫ້ມີບັນຍາກາດຟົດຟື້ນ ແລະ ບັນລຸໄດ້ຈຸດປະສົງຄາດໝາຍທີ່ວາງໄວ້, ເພື່ອແນໃສ່ສ້າງຂະບວນການຮອບດ້ານໃນ ທົ່ວກອງພົນທີ 4 ແລະ ຂໍ່ານັບຮັບຕ້ອນວັນປະຫວັດ ສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບໃຫ້ ເປັນຂະບວນຟົດຟື້ນຕໍ່ເນື່ອງເສີມ ຂະຫຍາຍທາດແທ້ມູນເຊື້ອພິ ລາດອາດຫານຂອງກອງທັບ ເຮົາໃຫ້ໜັກແໜ້ນເຂັ້ມແຂງຢ່າງ ບໍ່ຢຸດຢັ້ງ.
ກອງພັນໃຫຍ່ 302 ກອງພົນ ທີ 3: ໄດ້ເປີດຂະບວນການແຂ່ງ ຂັນກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 77 ປີ ຢູ່ທີ່ເດີນກອງພັນໃຫຍ່ 302 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງກອງພັນໃຫຍ່ 302, ຈຸດປະສົງກໍເພື່ອສ້າງຂະ ບວນການ, ສ້າງຜົນງານຂໍ່ານັບ ຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ຂອງກົມກອງ ເວົ້າລວມ ເວົ້າສະເພາະແມ່ນຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 77 ປີ ໃຫ້ມີຄວາມໝາຍສຳ ຄັນອັນເລິກເຊິ່ງ ແລະ ມີບັນຍາ ກາດອັນຟົດຟື້ນ ເພື່່ອພັດທະນາກຳລັງ-ແຮງກາຍ, ສຸຂະພາບ ແລະ ຈິດໃຈໃຫ້ມີຄວາມເບີກ ບານມ່ວນຊື່ນ, ເສີມສ້າງສະຕິ ປັນຍາ, ທັກສະຂອງນັກກິລາ ເພື່ອເປັນການແລກປ່ຽນບົດ ຮຽນ, ຜູກແໜ້ນຄວາມສາມັກຄີ ລະຫວ່າງພະນັກງານ-ນັກຮົບ ພະ ແນກການ-ກົມກອງທົ່ວກອງພັນໃຫຍ່ 302 ໃຫ້ແໜ້ນແຟ້ນກວ່າເກົ່າ.
ໂຮງຮຽນທະຫານຊາຍແດນ 712: ໄດ້ເປີດຂະບວນການແຂ່ງ ຂັນກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ1949-20 ມັງ ກອນ 2026), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການເມືອງ ໂຮງຮຽນທະຫານຊາຍແດນ, ຈຸດປະສົງກໍເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 77 ປີ ທີ່ໃກ້ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງພະ ນັກງານ-ນັກຮົບ, ນັກຮຽນ-ນັກສຶກສາພາຍໃນໂຮງຮຽນໃຫ້ມີຄວາມແໜ້ນແຟ້ນ ແລະ ເພື່ອເປັນການຄົ້ນຄວ້າຄັດເລືອກເອົາ ນັກກິລາຜູ້ທີ່ມີພອນສະຫວັນມາ ເປັນທີມຂອງໂຮງຮຽນ ເພື່ອກະ ກຽມເຂົ້າຮ່ວມຂະບວນການແຂ່ງ ຂັນຕ່າງໆທີ່ທາງຂັ້ນເທິງຈັດຂຶ້ນ.
ກອງບັນຊາການທະຫານທະ ຫານແຂວງໄຊຍະບູລີ: ໄດ້ປະ ຊຸມປຶກສາຫາລືຄົ້ນຄວ້າການກະ ກຽມຄວາມພ້ອມທີ່ຈະຈັດການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄືວັນທີ 20 ມັງກອນ ຄົບຮອບ 77 ປີ ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ສີປະເສີດ ສອນພັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງໄຊຍະບູລີ, ໄດ້ລາຍງານຄວາມພ້ອມໃນການກະກຽມເປີດກິລາມວນຊົນ-ກິລາການທະຫານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ຈະມາເຖິງໃຫ້ມີບັນຍາ ກາດຟົດຟື້ນ ແລະ ມີຄວາມໜາຍ.
ຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊຍະບູລີ: ໄດ້ຈັດພິທີເປີດ ຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 77 ປີ ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຳໄພ ອູ່ມສາພົນ ຮອງຫົວໜ້າຫ້ອງພະ ລາທິການ ກອງບັນຊາການທະ ຫານແຂວງໄຊຍະບູລີ, ຜ່ານແຜນການແຂ່ງຂັນກິລາໄດ້ໃຫ້ຮູ້ວ່າ: ໃນການແຂ່ງຂັນກິລາມວນຊົນໃນຄັ້ງນີ້ປະກອບມີ 2 ປະເພດກິລາ, ແຂ່ງຂັນຄື: ບານສົ່ງຊາຍ ແລະ ເປຕັງຊາຍ.
ກອງພັນໃຫຍ່ 279: ສຳເລັດການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນປໍ ໄຊວົງສາ ຫົວໜ້າການທະຫານ ກອງພັນໃຫຍ່ 279. ຜ່ານບົດສະຫຼຸບການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ເປັນເວລາ 7 ວັນ ປະເພດກິລາທີ່ແຂ່ງຂັນທັງໝົດມີ 7 ປະເພດ ສາມາດສະຫຼຸບໄດ້ດັ່ງນີ້: ປະເພດຊະນະເລີດ ກິລາບານເຕະຊາຍແມ່ນທີມ ກອງພັນ 792, ກິ ລາບານສົ່ງຊາຍ ທີມ ກອງພັນ 791, ບານສົ່ງຍິງ ທີມ ກອງພັນ 794, ກະຕໍ້ຊາຍ ທີມ ກອງພັນ 795, ເປຕັງປະສົມຍິງ-ຊາຍ ກອງພັນ 792, ນັກຮົບແຂ່ງແຮງປະເພດບຸກຄົນ ສະຫາຍ ຊັ້ນ I ກິ່ງ ມະນີພອນ ກອງພັນ 792, ປະເພດລວມໝູ່ ທີມ ກອງພັນ 794, ກິ ລາແລ່ນ-ມ້າງປະກອບອາວຸດປະ ເພດບຸກຄົນ ສະຫາຍ ຊັ້ນ I ໂທ ສີພັນດາ ແລະ ປະເພດລວມໝູ່ ທີມ ກອງພັນ 793, ປະເພດຮອງຊະ ນະເລີດ: ກິລາບານເຕະ ແມ່ນທີມ ກອງພັນ 791, ບານສົ່ງຊາຍ ທີມ ພະແນກເສນາ, ບານສົ່ງຍິງ ທີມ ອົງການ, ກະຕໍ້ຊາຍ ທີມ ກອງພັນ 791, ເປຕັງປະສົມຍິງ-ຊາຍ ທີມ ກອງພັນ 793, ນັກຮັບແຂງແຮງປະເພດບຸກຄົນ ສະຫາຍ ພັນຕີ ເສີມ ແກ້ວດວງດີ, ປະເພດລວມໝູ່ ທີມ ກອງພັນ 792, ແລ່ນມ້າງປະກອບອາວຸດປະເພດບຸກຄົນ ສະຫາຍ ຮ້ອຍໂທ ໄມ ມະວົງສອງ ກອງພັນ 795, ປະເພດລວມໝູ່ ທີມ ກອງພັນ 794, ຮອງຊະນະເລີດອັນດັບ 3 ບານເຕະຊາຍໄດ້ແກ່ ທີມ ກອງພັນ 794, ບານສົງຊາຍ ທີມ ກອງພັນ 793, ບານສົ່ງຍິງ ທີມ ກອງພັນ 793, ກະຕໍ້ຊາຍ ທີມ ກອງພັນ 792, ເປຕັງປະສົມຍິງ-ຊາຍ ທີມ ກອງພັນ 791 ກິລານັກຮົບແຂງແຮງປະເພດບຸກຄົນ ສະຫາຍ ຊັ້ນI ພູ ແພງທອງ ກອງພັນ 794, ປະເພດລວມໝູ່ ທີມ ພະແນກເສນາ, ແລ່ນ-ມ້າງປະກອບອາ ວຸດ ປະເພດບຸກຄົນ ສະຫາຍ ສິບເອກ ຄຳພັນ ເພັດວັນທອງ ກອງພັນ 793, ປະເພດລວມໝູ່ ທີມ ກອງພັນ 794.
ກອງພັນໃຫຍ່ 301: ເປີດຂະບວນການແຂ່ງນຂັນກິລາມ່ວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮົບ 77 ປີ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ຫົວໜ້າການ ເມືອງ ກອງພັນໃຫຍ່ 301, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນບຸນສຳຄັນຕ່າງໆຂອງຊາດຂອງກອງທັບ ເວົ້າລວມເວົ້າສະເພາະ ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີຈະມາຮອດມາເຖິງໃນໄວໆນີ້, ທັງເປັນການເສີ່ມສ້າງສຸຂະພາບໃຫ້ພະນັກງານ-ນັກຮົບມີສຸຂະພາບເຂັ້ມແຂງ ຕອບສະໜອງກັບການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ, ຫັດແໜ້ນສ້າງຄວາມສາມັກຄີຮັກແພງພາຍໃນກົມກອງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ກອງພັນ 19 ທະຫານແຂວງຜົ້ງສາລີ: ເປີດຂະບວນການແຂງຂັນກິລາທົ່ວກອງພັນ, ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄອບຮອບ 77 ປີ ແລະ ສ້າງຕັ້ງກອງພັນ 19 ຄອບຮອບ 5 ປີ, ໂດຍການເປັນປະທານຂອງສະຫາຍ ພັນໂທ ຈັນໄຊ ຄຳສະຫວັນ ຫົວການເມືອງກອງພັນ 19, ສະຫາຍ ພັນຕີ ບຸນສີ ຊົງປາວວາງ ຮອງຫົວໜ້າການທະຫານກອງພັນ 19 ໄດ້ຂຶ້ນ ຜ່ານແຜນການ ການແຂ່ງຂັນກິລາຊິງຂັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 1949 ເຖິງ 20 ມັງກອນ 2026 ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກອງພັນ 19 ວັນທີ 20 ກຸມພາ 2020 ຄົບຮອບ 5 ປີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















