ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ພັດທະນາ​ເສດຖະກິດ​ດ້ານ​ວັດທະນະທຳ ນຳ​ໃຊ້​ມໍລະດົກ​ເປັນ​ກຳລັງ​ແຮງ​ຂັບ​ເຄື່ອນ
ເວລາອອກຂ່າວ: 2026-01-16 09:04:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ໃນ 5 ປີ​ຕໍ່ໜ້າ ກະຊວງ​ວັດທະນະທຳ ແລະ ການທ່ອງທ່ຽວ (​ວທ) ຈະ​ສຸມ​ໃສ່​ການ​ພັດ ທະ​ນາ​ເສດຖະກິດ​ດ້ານ​ວັດທະນະທຳ ໂດຍ​ນຳ​ໃຊ້​ມໍລະດົກ​ເປັນ​ແຫຼ່ງ​ກຳລັງ​ແຮງ ໃຫ້​ແກ່​ການ​ພັດ​ທະ ນາ, ສ້າງ​ຄຸນຄ່າ​ດ້ານ​ເສດຖະກິດ ຕິດ​ພັນ​ກັບ​ການ​ບູລະນະ, ຮັກສາ​ມໍລະດົກ​ໃຫ້​ມີ​ຄວາມ​ຍືນ​ຍົງ, ປະ ສານ​ສົມທົບ​ລະຫວ່າງ​ການ​ຄຸ້ມ​ຄອງ ແລະ ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​ໂລກ ແລະ ມໍລະດົກ​ແຫ່ງ​ຊາດ ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງ​ມີ​ປະ​ສິດທິ​ຜົນ-ນຳ​ເອົາ​ຜົນ​ປະໂຫຍດ​ສູງ​ສຸດ ມາ​ໃຫ້​ແກ່​ສັງຄົມ. ພ້ອມ​ນີ້, ຍັງ​ຈະ​ສຸມ​ໃສ່​ພັດທະນາ, ຍົກ​ລະດັບ ແລະ ຄຸ້ມ​ຄອງ​ນຳ​ໃຊ້​ພາສາ​ລາວ ຢ່າງ​ເປັນ​ລະບົບ, ມີ​ຄວາມ​ເອກະ​ພາບ, ຟື້ນ​ຟູ ແລະ ສົ່ງເສີມ​ເອກະລັກ​ດ້ານ​ສິລະ​ປະ-ວັນນະຄະດີ ກໍ​ຄື ຄຸນຄ່າ​ວັດທະນະທຳ ດ້ານ​ຈິດໃຈ​ຂອງ​ຊາດ-ຂອງ​ເຜົ່າ ໃຫ້​ແຂງແຮງ​ໄປ​ເລື້ອຍໆ, ສ້າງ​ແບບແຜນ​ດຳລົງ​ຊີວິດ ແລະ ວິຖີ​ຊີວິດ​ແບບ​ໃໝ່ ໄປ​ພ້ອມ​ກັບ​ການ​ແກ້​ໄຂ ແລະ ຕີ​ຖອຍ​ສິ່ງ​ຫຼ້າຫຼັງ​ງົມງວາຍ-ແນວ​ຄິດ​ຂີ້ຄ້ານ​ມັກງ່າຍ-ຫຼິ້ນ​ກິນ​ຟຸມ​ເຟືອຍ-ຂາດ​ການ​ປະດິດ​ສ້າງ-ຂາດ​ຈັນ​ຍາ​ບັນ-ຈັນຍາທຳ-ລະເມີດ​ກົດໝາຍ ແລະ ລະບຽບ​ການ. ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ຄັ້ງ​ທີ II ປະຈຳ​ປີ 2025, ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ລັດຖະມົນຕີ​ກະຊວງ​ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 13 ມັງກອນ 2026 ນີ້​ວ່າ: ໃນ 5 ປີ​ຕໍ່ໜ້າ ເປັນ​ໄລຍະ​ແຫ່ງ​ການຈັດຕັ້ງ​ຜັນ​ຂະ ຫຍາຍ​ມະຕິ​ກອງ ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ແຫ່ງ​ຊາດ​ເທື່ອ​ທີ 10, ແມ່ນ​ໄລຍະ​ເວລາ​ທີ່​ສະພາບ​ແວດ​ລ້ອມ​ພາຍ​ນອກ ແລະ ພາຍ​ໃນ ມີ​ທັງ​ກາລະ​ໂອກາດ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ທີ່​ຂະແໜງການ​ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້​ມີ​ຄວາມ​ກຽມພ້ອມ​ຢ່າງຮອບດ້ານ ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ຂອງ​ພັກ, ແຜນ​ນະໂຍບາຍ​ຂອງ​ລັດ ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຂອງ​ວຽກ​ງານ ໂດຍ​ສະເພາະ​ແມ່ນ​ການ​ຜັນ​ຂະຫຍາຍ​ມະຕິ XII ຂອງ​ພັກ ໃນ​ການ​ປະກອບສ່ວນ​ຢ່າງ​ແຂງແຮງ ຍົກ​ລະດັບ​ການ​ພັດທະນາ​ຂົງເຂດ​ວັດທະນະທຳ-ສັງຄົມ ໃນ​ໄລຍະ​ໃໝ່ ເພື່ອ​ກ້າວ​ໄປ​ສູ່​ຜົນສຳເລັດ​ອັນ​ໃໝ່ ເປັນຕົ້ນ ການ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ສ້າງ​ຄວາມ​ສີວິໄລ​ທາງ​ດ້ານ​ວັດຖຸ ໄປ​ຄຽງ​ຄູ່​ກັບ​ຄວາມ​ສີວິໄລ​ທາງ​ດ້ານ​ຈິດໃຈ ແລະ ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ​ໃຫ້​ມີ​ຄວາມ​ຍືນ​ຍົງ ຕາມ​ທັດສະນະ​ຂອງ​ພັກ ໃນ​ການ​ສ້າງ​ຄວາມ​ຈະເລີນ​ທາງ​ດ້ານ​ເສດ​ຖະ ກິດ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ຄວາມ​ສີວິໄລ​ດ້ານ​ຈິດໃຈ ແລະ ຕ້ອງ​ສົມທົບ​ລະຫວ່າງ​ສອງ​ດ້ານ​ດັ່ງກ່າວ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ສ້າງ​ກຳລັງ​ແຮງ​ສັງ​ຮວມ ຮັບປະກັນ​ການ​ພັດທະນາ​ປະເທດ​ຊາດ ຕາມ​ທິດ​ຍືນ​ຍົງ ແລະ ໝັ້ນຄົງ. ນອກຈາກ​ນີ້, ວຽກ​ງານ​ທ່ອງ​ທ່ຽວ ຈະ​ເນັ້ນ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢ່າງ​ແຂງແຮງ ໃນ​ການ​ສົ່ງເສີມ, ພັດທະນາ​ການທ່ອງທ່ຽວ​ທີ່​ຍືນ​ຍົງ​ຕາມ​ທິດ​ອຸດ ສາຫະກຳ​ສີຂຽວ ຕິດ​ພັນ​ກັບ​ທຳ​ມະ​ຊາດ, ວັດ ທະນະ​ທຳ​ຮີດຄອງ​ເພນີ​ອັນ​ດີງາມ​ຂອງ​ຊາດ, ຂອງ​ເຜົ່າ, ປະຫວັດສາດ ແລະ ບັນດາ​ທ່າແຮງ​ບົ່ມ​ຊ້ອນ​ຕ່າງໆ​ທີ່​ປະ ເທດ​ມີ; ແກ້​ໄຂ​ສາຍ​ພົວພັນ​ໃນ​ວຽກ​ງານ​ທ່ອງ​ທ່ຽວ​ໃຫ້​ເປັນ​ລະບົບ, ປະສານ​ສົມທົບ ແລະ ຮັບປະກັນ​ຢ່າງ​ກົມກຽວ ລະຫວ່າງ​ສາຍ​ພົວພັນ​ຂອງ​ລັດ ໃນ​ການ​ບໍລິຫານ, ຄຸ້ມ​ຄອງ​ການທ່ອງທ່ຽວ ແລະ ປະ​ສິດທິ​ຜົນ​ຂອງ​ຕະຫຼາດ​ທ່ອງ​ທ່ຽວ, ການ​ສະໜອງ ແລະ ຄວາມ​ຕ້ອງການ​ຂອງ​ການ​ທ່ອງ ທ່ຽວ, ການ​ອະນຸລັກ​ຮັກສາ ແລະ ພັດທະນາ, ການ​ເຊື່ອມ​ໂຍງ, ເຊື່ອມ​ສານລະຫວ່າງ​ການທ່ອງທ່ຽວ​ພາຍ​ໃນ ແລະ ພາກ​ພື້ນ; ສຸມ​ໃສ່​ໂຄສະນາ-ແນະນຳ ແລະ ດຶງ​ດູດ​ການທ່ອງທ່ຽວ ດ້ວຍ​ຫຼາຍ​ຮູບ​ຫຼາຍ​ສີ​ຜ່ານ​ສື່​ຕ່າງໆ ຮັບປະກັນ​ສິ່ງ​ອຳນວຍ​ຄວາມ​ສະດວກ, ພື້ນຖານ ​ໂຄງ​ລ່າງ, ຜະລິດ​ຕະ​ພັນ​ການທ່ອງທ່ຽວ ທີ່​ມີ​ຄວາມ​ຫຼາກ​ຫຼາຍ ສົມທົບ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ, ຊຸມ​ຊົນ ແລະ ຄວາມ​ປອດ​ໄພ ໃນ​ການທ່ອງທ່ຽວ. ຂ່າວ: ກິດ​ຕາ ພາບ: ຂັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ