ຂະແໜງການເງິນ ຈະສ້າງເສດຖະກິດ ມະຫາພາກ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ
ເວລາອອກຂ່າວ: 2026-01-16 09:05:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ: ![]()
ໃນໄລຍະ 5 ປີຕໍ່ໜ້ານັບແຕ່ປີ 2026 ເປັນຕົ້ນໄປ ກະຊວງການເງິນ ຈະສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ເພື່ອສ້າງເສດຖະ ກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ຢ່າງເນື່ອງ ແລະ ຍືນຍົງ.
ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ລັດຖະ
ມົນຕີກະຊວງການເງິນ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ເພື່ອສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ຢ່າງເນື່ອງ ແລະ ຍືນຍົງ ກະຊວງການເງິນ ຈະສືບຕໍ່ສ້າງການຫັນປ່ຽນ ໃໝ່ຢ່າງຕັ້ງໜ້າ ຕາມທິດ ສອຈ ໂດຍຈະສຸມໃສ່ສ້າງການຂະຫຍາຍຕົວເສດຖະກິດຮູບແບບໃໝ່ ທີ່ຕັ້ງໜ້າກວ່າເກົ່າ ໂດຍເລັ່ງປັບປຸງ ກຳລັງແຮງງານໃຫ້ມີຄຸນນະພາບສູງ, ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ການຫັນເປັນດີຈິຕອນ ເພື່ອຍົກປະສິດທິພາບຖານການຜະລິດ ແລະ ບໍລິການພາຍໃນໃຫ້ສູງຂຶ້ນ; ເພີ່ມທະວີການລະດົມທຸກແຫຼ່ງກຳລັງຈາກພາກສ່ວນເສດຖະກິດ ໂດຍສຸມໃສ່ການພັດທະນາເສດ
ຖະກິດພາກເອກະຊົນ ທີ່ເຂັ້ມແຂງ ຕາມທິດ ສອຈ, ຫັນເຂົ້າສູ່ລະບົບທາງການ, ສ້າງສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກການລົງທຶນທີ່ດີ ຕາມທິດເລືອກເຟັ້ນ, ຄຸນນະພາບ ແລະ ຢືນຍົງ, ເລັ່ງປັບປຸງລັດວິສາຫະກິດທີ່ສຳຄັນ ໃຫ້ສາມາດເຄື່ອນໄຫວມີຜົນກຳໄລ ແລະ ປະກອບສ່ວນຕໍ່ງົບປະມານລັດ; ເລັ່ງຂະ
ຫຍາຍຖານລາຍຮັບງົບປະມານໂດຍການຄົ້ນຄວ້າເພີ່ມອັດຕາພາສີ-ອາກອນ ຈຳນວນໜຶ່ງທີ່ເປັນທ່າແຮງ ແລະ ຊຸກຍູ້ໃຫ້ມີການປຸງແຕ່ງວັດຖຸດິບພາຍໃນ; ຂະຫຍາຍຖານລາຍຮັບໃຫ້ເຂົ້າສູ່ລວງເລິກ; ເລັ່ງຫັນຫົວໜ່ວຍວິສາຫະກິດທັງໝົດໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ຢຸດຕິການ ຍົກເວັ້ນ ແລະ ເຂັ້ມງວດ ຕໍ່ການຫຼຸດຜ່ອນພາສີ-ອາກອນ ທີ່ນອກເໜືອກົດໝາຍກຳນົດ; ສືບຕໍ່ປັບປຸງປະສິດທິຜົນດ້ານລາຍຈ່າຍງົບປະມານ ໂດຍການປັບປຸງນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ, ປັບປຸງການຕິດຕາມ ແລະ ປະເມີນປະສິດທິຜົນດ້ານລາຍຈ່າຍ ໂດຍອີງໃສ່ຜົນໄດ້ຮັບຕົວຈິງ ຕໍ່ເສດຖະກິດ, ເພີ່ມງົບປະມານແກ່ໂຄງການດ້ານຊັບພະຍາກອນມະນຸດ ແລະ ການແກ້ໄຂຄວາມທຸກຍາກໃຫ້ຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂໜີ້ສິນຢ່າງມີແຜນການ, ຈຸດສຸມ ແລະ ມີປະສິດທິຜົນ, ເຂັ້ມງວດປະຕິບັດວິໄນແຜນການ ແລະ ການເງິນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ພ້ອມນີ້, ຍັງຈະສືບຕໍ່ເລັ່ງການຫັນເປັນທັນສະໄໝໃນຂະແໜງການເງິນ, ສ້າງຖານຂໍ້ມູນ ແລະ ເຊື່ອມຕໍ່ລະບົບເຂົ້າກັບທຸກຂະແໜງການ ທີ່ມີລາຍຮັບ-ລາຍຈ່າຍ ໃຫ້ທົ່ວເຖິງ ແລະ ວ່ອງໄວ, ຍົກລະດັບລະບົບຂໍ້ ມູນສະຖິຕິເປັນທັນສະໄໝ ແລະ ຈະສືບຕໍ່ປັບປຸງນະໂຍບາຍ ແລະ ກົນໄກດ້ານເງິນຕາໃຫ້ສອດຄ່ອງ, ຄຸ້ມຄອງຕະຫຼາດເງິນຕາໃຫ້ເຂົ້າສູ່ລະບົບ, ຮັດກຸມ ແລະ ເຂັ້ມງວດ, ຄຸ້ມຄອງກະແສໄຫຼເຂົ້າ-ອອກ ຂອງເງິນຕາຕ່າງປະທດ, ເພີ່ມທະວີການສ້າງເຄື່ອງມື ແລະ ມາດ
ຖານໃນການຄຸ້ມຄອງລະບົບທະນາຄານທຸລະກິດ, ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂຄງການສິນເຊື່ອເພື່ອຊຸກຍູ້ຂະແໜງ ການຜະລິດ ແລະ ບໍລິການພາຍໃນທີ່ ເປັນບຸລິມະສິດ.
ໂດຍ: ທະນູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















