ກອງພັນໃຫຍ່ 941ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-01-19 09:18:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ: ![]()
ໃນວັນທີ 13 ມັງກອນ 2026, ກອງພັນໃຫຍ່ 941 ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພູໂຂງ ມະໂນລາ ຫົວໜ້າການເມືອງ ກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາພະແນກການ, ຂະແໜງການ, ກົມກອງ, ພ້ອມດ້ວຍພະນັກງານທີ່ໄດ້
ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ອິນຄຳ ອຸໄທ ຫົວໜ້າຂະແໜງພະນັກງານພະແນກການເມືອງ ກອງພັນໃຫຍ່ 941 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ ກອງພັນໃຫຍ່ 941, ອີງຕາມກົດໝາຍກອງທັບ
ປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ, ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ-ເລື່ອນທຽບ ຊັ້ນຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 15 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 24 ສະຫາຍ ແລະ ຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ.
ໂດຍ: ຂັນທະວີ ແກ້ວກາໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















