ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ
ເວລາອອກຂ່າວ: 2026-01-19 09:21:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ວັນ​ທີ 15 ມັງກອນ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ການ​ທະຫານ ແລະ ກິລາ​ມວນ​ຊົນ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍພັນ​ເອກ ສຸດ​ທາ ສີ​ສະຫຼາດ ຫົວ ໜ້າ​ການ​ທະຫານ​ກອງ​ບັນ​​ຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ອົງ ການ 5 ຫ້ອງ, ພະແນກການ, ຄະນະ​ຮັບຜິດຊອບ ຕະຫຼອດ​ຮອດ​ ນັກ​ກິລາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຊາ​ລໍ່ ຈົງ​ເຕັ່ງ​ເຈ້ຍ​ຊ້າ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ໄດ້​ຂຶ້ນ​ສະຫຼຸບ​ຜົນສຳ ເລັດ​ຂອງ​ການຈັດຕັ້ງ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ໄດ້​ໃຫ້​ຮູ້​ວ່າ: ຂະ​ບວນ​ການ​ແຂ່ງຂັນ​ກິລາ ການ​ທະຫານ ແລະ ກິລາ​ມວນ​ຊົນ ​ຊິງ​ຂັນ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ຂອງ​ພັກ ຂອງ​ກອງທັບ ເວົ້າ​ລວມ​ເວົ້າ​ສະເພາະ​ວັນຊາດ​ທີ 2 ທັນວາ ຄົບຮອບ 50 ປີ, ວັນ​ຄ້າຍ​ວັນ​ເກີດ​ປະທານ​ໄກສອນ​ພົມວິຫານ ຄົບຮອບ 105 ປີ, ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ເລິກເຊິ່ງ ການ​ແຂ່ງຂັນ​ໄດ້​ດຳເນີນ​ມາ​ແຕ່​ວັນ​ທີ 31 ຕຸລາ 2025 ໄດ້​ສຳເລັດ​ລົງ​ຢ່າງ​ຈົບງາມ ສຳລັບ​ກິລາ​ການ​ທະຫານ​ທີ່​ນຳ​ມາ​ແຂ່ງຂັນ​ຄັ້ງ​ນີ້​ປະກອບ​ມີ: ກິລາ​ແລ່ນ​ມ້າງ​ປະກອບ​ອາວຸດ, ສ່ວນ​ກິລາ​ມວນ​ຊົນ​ປະກອບ​ມີ: ​ບານເຕະ​ຊາຍ, ບານສົ່ງ​ຍິງ-ຊາຍ​, ​ກະຕໍ້, ​ເປ​ຕັງ​ ປະສົມ​ຊາຍ-ຍິງ. ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ປະເພດ​ກິລາ​ການ​ທະ ຫານ ແລ່ນ​ມ້າງ​ປະກອບ​ອາວຸດ ອັນ​ດັບ​ທີ 1 ໄດ້ແກ່: ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ໄດ້​ຮັບ​ຂັນ​ລາງວັນ 1 ໜ່ວຍ, ອັນ​ດັບ 2 ກອງຮ້ອຍ 239, ອັນ​ດັບ 3 ກອງ​ບັນຊາ​ການ​ທະຫານ​ເມືອງ​ທຸລະ ຄົມ; ກິລາ​ບານເຕະ​ຊາຍ ຊະນະ​ເລີດ​ໄດ້ແກ່ ຫ້ອງ​ການເມືອງ ໄດ້​ຮັບ​ຂັນ​ລາງວັນ 1 ໜ່ວຍ, ທີ 2 ຫ້ອງ​ພະລາທິການ, ທີ 3 ໂຮງໝໍ 30 ຕຽງ ໄດ້​ຮັບ​ເງິນ, ທີ 4 ຫ້ອງ​ເຕັກນິກ; ກິລາ​ບານສົ່ງ​ຊາຍ ຊະ ນະ​ເລີດ​ໄດ້ແກ່ ຫ້ອງ​ເສນາ​ທິ​ການ ໄດ້​ຮັບ​ຂັນ​ລາງວັນ 1 ໜ່ວຍ, ທີ 2 ໄດ້ແກ່ ຫ້ອງ​ການເມືອງ, ທີ 3 ກອງ​ປະຕິບັດ​ງານ 219, ທີ 4 ທະຫານ​ເມືອງ​ແກ້ວ​ອຸດົມ; ບານ ສົ່ງ​ຍິງ ທີ 1 ກອງຮ້ອຍ 239, ທີ 2 ຫ້ອງ​ການເມືອງ, ທີ 3 ໂຮງໝໍ 30 ຕຽງ, ທີ 4 ຫ້ອງ​ເສນາ​ທິ​ການ, ກິລາ​ກະຕໍ້​: ທີ 1 ຫ້ອງ​ການເມືອງ, ທີ 2 ທະຫານ​ເມືອງ​ທຸລະຄົມ, ທີ 3 ໂຮງຮຽນ​ທະຫານ​ທ້ອງຖິ່ນ, ທີ 4 ກອງຮ້ອຍ 203; ​ເປ​ຕັງ​ປະສົມ​ຍິງ-ຊາຍ: ທີ 1 ທະຫານ​ເມືອງ​ໂພນ​ໂຮງ, ທີ 2 ຫ້ອງການ​ບໍລິຫານ, ທີ 3 ຫ້ອງ​ພະລາທິການ, ອັນ​ດັບ 4 ກອງຮ້ອຍ 239. ຈາກ​ນັ້ນ​, ສະຫາຍ ພັນ​ເອກ ສຸດ​ທາ ສີ​ສະຫຼາດ ພ້ອມ​ຄະນະ​ໄດ້​ພັດ​ປ່ຽນ​ກັນ​ຂຶ້ນ​ມອບ​ຂັນ​ຊະ​ເລີດ ແລະ ລາງວັນ​ໃຫ້ ທິມ​ນັກ​ກິລາ​ແຕ່​ລະ​ປະເພດ ຢ່າງ​ສົມ​ກຽດ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ