ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ໃນສະໄໝຕໍ່ສູ້ກູ້ຊາດ, ກອງທັບປະຊາຊົນລາວ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ
ເວລາອອກຂ່າວ: 2026-01-19 12:17:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ຫົວໜ້າການທະຫານ ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026) ວ່າ: ເພື່ອຫວນຄືນເຖິງປະຫວັດມູນເຊື້ອວິລະກຳອັນລໍ້າເລີດຂອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດ ຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຄອບຄອງ, ໂດຍພາຍໃຕ້ ການນໍາພາຂອງພັກຄອມມູນນິດອິນດູຈີນໃນເມື່ອກ່ອນ ກໍຄືພັກປະຊາຊົນ ປະຕິວັດລາວໃນປະຈຸບັນ, ພາຍໃຕ້ຮົ່ມທຸງໄຊຂອງພັກ ໄດ້ນຳພາປະຊາຊົນ ລາວບັນດາເຜົ່າ ໃຫ້ລຸກຮື້ຂຶ້ນຕໍ່ສູ້ ຕ້ານກັບຈັກກະພັດຜູ້ຮຸກຮານຢ່າງເປັນ ຂະບວນໃນຂອບເຂດທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະ ໄດ້ຮັບການສ້າງຕັ້ງຂຶ້ນ ( ເຊິ່ງເປັນຕົ້ນກຳເນີດກອງທັບປະຊາຊົນລາວເຮົາໃນ ປະຈຸບັນ) ໂດຍແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ, ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ແບກຫາບພາລະອັນ ໜັກໜ່ວງຄື: ໄດ້ຕໍ່ສູ້ກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີກຳລັງ, ພາຫານະ, ອາວຸດທີ່ເໜືອກວ່າຕັ້ງຫຼາຍເທົ່າ, ແຕ່ເພື່ອພາລະກິດປົດປ່ອຍປະເທດຊາດ ອອກຈາກແອກຫົວເມືອງຂຶ້ນແບບເກົ່າ ແລະ ໃໝ່, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈເສຍສະຫຼະຢ່າງອົງອາດກ້າຫານຂອງ ບັນພະບູລຸດເຮົາ, ຕໍ່ສູ້ບໍ່ຍອມຈຳນົນ, ເດັດດຽວໜຽວແໜ້ນ, ກອງທັບເຮົາໄດ້ ຮ່ວມກັບປະຊາຊົນບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງ ຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ, ຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ, ສາມາດສ້າງຕັ້ງລະບອບໃໝ່, ລະບອບປະຊາ ທິປະໄຕປະຊາຊົນຂຶ້ນຢ່າງເປັນທາງການຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ ປີ1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບຸນ, ກອງທັບ ປະຊາຊົນລາວ ໄດ້ສືບຕໍ່ເປັນກຳລັງຫຼັກແຫຼ່ງ, ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ຂອງພັກ, ຮັກສາໄດ້ມູນເຊື້ອ ແລະ ທາດແທ້ອັນດີງາມຂອງກອງທັບປະຊາຊົນ ລາວຈົນຮອດທຸກມື້ນີ້. ໃນນີ້, ເວົ້າລວມ ເວົ້າສະເພາະ ວິທະຍາຄານນາຍທະຫານບົກກົມມະດໍາ ແມ່ນໜຶ່ງຢູ່ໃນລະບົບໂຄງປະກອບການຈັດຕັ້ງຂອງກອງທັບ ປະຊາຊົນລາວ ເຮັດໜ້າທີ່ການເມືອງຂອງຕົນຄື: ເຮັດວຽກງານສຶກສາຄົ້ນ ຄວ້າວິທະຍາສາດການທະຫານ, ລົງເລິກວຽກງານໂຄງການຫຼັກສຸດການ ຮຽນ-ການສອນ, ເພື່ອສ້າງພະນັກງານລຸ່ນສືບທອດທີ່ມີຄຸນນະພາບໃຫ້ແກ່ ກອງທັບໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານຮອບດ້ານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງ ອອກໄດ້ມີຜົນສໍາເລັດຫຼາຍດ້ານ, ໂດຍສະເພາະແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ວຽກງານປັບປຸງກໍ່ສ້າງກຳລັງ, ວຽກງານກໍ່ສ້າງພັກ-ພະນັກງານ ວຽກງານອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ ວຽກງານພາລາທິການ-ເຕັກນິກ, ວຽກງານພົວພັນຮ່ວມມືກັບສາກົນ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ທີ່ ຈະມາເຖິງນີ້, ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ ວິທະຍາ ຄານນາຍທະຫານບົກກົມມະດຳ ຂໍສະແດງຄວາມຮູ້ບຸນຄຸນອັນລ້ຳລຶກ ແລະ ລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ຜູ້ກໍ່ສ້າງ ພັກ-ກໍ່ສ້າງກອງທັບປະຕິວັດ, ຜູ້ນໍາພາການປ່ຽນແປງໃໝ່, ສະແດງຄວາມຮູ້ ບຸນຄຸນເຖິງຄຸນງາມຄວາມດີ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງບັນດາຜູ້ ນໍາພັກ-ລັດໃນແຕ່ລະລຸ້ນ-ແຕ່ລະຍຸກສະໄໝ, ກໍ່ຄືພະນັກງານສຳມະຊິກພັກ ນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ເສຍລະຫຼະເລືອດເນື້ອໃນ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະ ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ໂດຍ: ຄຳໄຕ ຈັນນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ