ບໍລິສັດຮ່ວມທຸລະກິດຕ່ຳແຜ່ນ ແລະ ຍ້ອມສີ ລາວ-ຫວຽດນາມ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ
ເວລາອອກຂ່າວ: 2026-01-19 12:21:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949- 20 ມັງກອນ 2026) ທີ່ຈະມາເຖິງນີ້, ສະຫາຍ ພັນໂທ ກອງສີ ສົມພຽນ ຫົວໜ້າອຳນວຍການ ບໍລິສັດ ຮ່ວມທຸລະກິດ ຕ່ຳແຜນ ແລະ ຍ້ອມສີ ລາວ-ຫວຽດນາມ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ຕະຫຼອດໄລຍະ 77 ປີ ແຫ່ງການປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກຳລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ເພື່ອປົກປັກຮັກສາປະເທດຊາດ ດ້ວຍນ້ຳໃຈຮັກຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດ ກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍ ທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນ ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ເນື່ອງໃນໂອກາດວັນທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພັນໂທ ກອງສີ ສົມພຽນ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ບໍລິສັດຮ່ວມທຸລະກິດຕໍ່າແຜ່ນ ແລະ ຍ້ອມສີລາວ-ຫວຽດນາມ ຂໍສະແດງຄວາມຂ່ຳນັບຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທີ່ຈະມາເຖິງນີ້, ຂໍພອນໄຊອັນປະເສີດມາຍັງບັນດາ ທ່ານການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ຈົ່ງມີແຕ່ສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມສຸກໃນຊີວິດ ແລະ ສໍາເລັດໜ້າທີ່ວຽກງານອັນມີກຽດສະຫງ່າ ສູງສົ່ງ ແລະ ສືບຕໍ່ຊີ້ນໍາ-ນໍາພາທຸກໆເຫຼົ່າຮົບກໍາລັງກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ອວຍພອນໄຊມາຍັງ ການນໍາກົມໃຫຍ່ພະລາທິການ, ຄະນະນໍາກົມວິຊາສະເພາະ ພ້ອມດ້ວຍພະນັກງານ-ນັກຮົບ ໃນທົ່ວທຸກເຫຼົ່າຮົບພະລາທິການກອງທັບ, ຈົ່ງມີແຕ່ຄວາມສຸກຄວາມຈະເລີນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານການເມືອງຂອງພັກໃນໄລຍະໃໝ່, ກໍຄືການຈັດຕັ້ງປະຕິບັດໜ້າທີ່ ວຽກງານວິຊາສະເພາະຂອງຕົນທີ່ການຈັດຕັ້ງພັກ-ລັດ ແລະ ກອງທັບ ມອບໝາຍໃຫ້ມີຜົນສໍາເລັດ.
ໂດຍ: ຄຳໄຕ ຈັນນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















