ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ກອງບັນຊາການທະຫານແຂວງສະຫວັນນະເຂດ ສ້າງຂະບວນການແຂ່ງຂັນກິລາເປຕັງ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-19 12:24:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ໃນວັນທີ 15 ມັງກອນ 2026 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີສ້າງຂະບວນການແຂ່ງຂັນກິລາເປຕັງລຸ້ນທົ່ວໄປ ຊີງຂັນລາງວັນຫົວໜ້າກອງບັນຊາການທະຫານແຂວງສະຫວັນນະເຂດ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວທີ່ໄດ້ໝູນວຽນມາບັນຈົບ ຄົບຮອບ 77 ປີ ອີກວາລະໜຶ່ງ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມຄະນະ, ມີບັນດາທີມນັກກິລາຈາກກົມກອງອ້ອມຂ້າງ, ພະແນກການ, ບໍລິສັດ, ຫ້າງຮ້ານທັງພາກລັດ ແລະ ເອກກະຊົນ ເຂົ້າຮ່ວມ. ໃນງານແຂ່ງຂັນກິລາໃນຄັ້ງນີ້ ກໍໄດ້ມີພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ມອບເງິນອຸປະຖໍາໃນງານດັ່ງກ່າວຄື: ບໍລິສັດ ພູຄຳຈະເລີນໄຊ ກໍ່ສ້າງ ມອບເງິນສົດ 20.000.000 ກີບ,ບໍລິສັດ ຫຼວງວິໄລ ກໍ່ສ້າງ 15.000.000 ກີບ, ທ່ານ ໂຕ້ນ ນັກທຸລະກິດໜຸ່ມ ແຂວງສະຫວັນນະເຂດ 10.000.000 ກີບ, ພະແນກ ພົວພັນຕ່າງປະເທດ 5.000.000 ກີບ, ພະແນກກະສິກຳ ແລະ ປ່າໄມ້ແຂວງ 3.000.000 ກີບ, ໂຮງໝໍທະຫານແຂວງ 2.000.000 ກີບ, ສະຖາບັນການເງິນ ຈຸລະພາກ ສາຍໄຍສຳພັນ 2.000.000 ກີບ, ສະຖາບັນການເງິນຈຸລະພາກ ດວງເດືອນ 1.500.000 ກີບ, ຄະນະເຂດເສດຖະກິດພິເສດສະຫວັນ-ເຊໂນ, ທະນະຄານການຄ້າຕ່າງປະເທດ, ບໍລິສັດ ເກດຕະສິນ ກໍ່ສ້ງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ປກສ ແຂວງ ມອບໃຫ້ຄະນະລະ 1.000.000 ກີບ, ສ່ວນທະນາຄານລາວ-ຫວຽດນາມ, ພະແນກສຶກສາ ແລະ ກິລາແຂວງ, ຫ້ອງວ່າການແຂວງ, ໂຮງໝໍບໍລິເວນ109 ກອງທັບ ແມ່ນມອບຄະນະລະ 500.000 ກີບ. ໂດຍການກ່າວຮັບຂອງສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມທັງມອບໃບກຽດຕິຄຸນຂັ້ນກອງບັນຊາການທະຫານແຂວງ ໃຫ້ບັນດາພາກສ່ວນຕ່າງໆທີ່ໄດ້ປະກອບສ່ວນຊຸກຍູ້ໃນຄັ້ງນີ້, ສ່ວນການແຂ່ງຂັນແມ່ນໄດ້ດຳເນີນເປັນເວລາ 1 ວັນເຕັມ ຜ່ານການແຂ່ງຂັນກິລາເປຕັງຊະນະເລີດອັນດັບ 1 ໄດ້ແກ່ທີມນັກກິລາ ຮ້ານອາຫານ ນໍ້າຝົນມີໄຊ ໄດ້ຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3.000.000 ກີບ, ຮອງຊະນະເລີດອັນດັບທີ 2 ແມ່ນພະແນກກໍ່ສ້າງ ຫ້ອງພາລາທິການທະຫານແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ ແລະ ຮອງຊະນະເລີດອັນດັບທີ 3 ໄດ້ແກ່ທີມ ກອງບັນຊາການທະຫານນະຄອນໄກສອນ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ. ເຊິ່ງເປັນກຽດມອບລາງວັນໂດຍ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໃຫ້ແຕ່ລະທີມທີ່ຊະນະເລີດແລະ ຮອງຊະນະເລີດຢ່າງສົມກຽດ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ