ແຂ່ງຂັນກິລາບານເຕະບານມິດຕະພາບ ລະຫວ່າງ ເມືອງຫົງສາ, ເມືອງເງິນ ແລະ ອຳເພີປົວ ຈັງຫວັດນ່ານ ລາຊະອາຈັກໄທ
ເວລາອອກຂ່າວ: 2026-01-19 12:26:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ: ![]()
ວັນທີ 16 ມັງກອນ 2026 ນີ້, ຢູ່ທີ່ເດີ່ນກິລາຂອງເມືອງຫົງສາ ແຂວງໄຊຍະບູລີ, ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ການນຳເມືອງຫົງສາ, ນັກທຸລະກິດເມືອງເງິນ ແຂວງໄຊຍະບູລີ ສປປລາວ ແລະ ນັກທຸລະກິດ ອຳເພີປົວ ຈັງຫວັດນ່ານ ລາຊະອາຈັກໄທ ຂຶ້ນ, ເຊິ່ງເມືອງຫົງສາ ນຳໂດຍ ທ່ານ ສີທະນົນໄຊ ທອງເທພາ ເລຂາພັກເມືອງຫົງສາ, ເມືອງເງິນ ນຳໂດຍທ່ານ ບຸນເສີດ ຂຽວສີຟ້າ ນັກທຸລະກິດ ເມືອງເງິນ ແລະ ອຳເພີປົວ ນຳໂດຍທ່ານ ເອັດ ທະນະບໍດີ ນັກທຸລະກິດ ອຳເພີປົວ ພ້ອມດ້ວຍນັກກິລາບານເຕະທັງສາມພາກສ່ວນເຂົ້າຮ່ວມ.
ການແຂ່ງຂັນກິລາມິດຕະພາບຄັ້ງນີ້ປະກອບມີ 4 ທີມຄື: ທີມການນຳເມືອງຫົງສາ, ເພື່ອນນັກທຸລະກິດ ເມືອງຫົງສາ, ນັກທຸລະກິດ ເມືອງເງິນ ແລະ ທີມນັກທຸລະກິດ ອຳເພີປົວ. ເຊິ່ງການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ, ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຜົນການແຂ່ງຂັນ ໄດ້ອັນດັບທີ 1 ແມ່ນທີມການນຳເມືອງຫົງສາ, ທີ 2 ທີມນັກທຸລະກິດ ອຳເພີປົວ, ທີ 3 ທີມເພື່ອນນັກທຸລະກິດ ເມືອງຫົງສາ ແລະ ທີ 4 ແມ່ນທີມນັກທຸລະກິດ ເມືອງເງິນ.
ໂອກາດນີ້, ທ່ານ ສີທະນົນໄຊ ທອງເທພາ ເລຂາພັກເມືອງຫົງສາ ໄດ້ກ່າວວ່າ: ຈຸດປະສົງການແຂ່ງຂັນກິລາມິດຕະພາບຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ-ຮັກແພງ ລະຫວ່າງ ການນໍາເມືອງຫົງສາ ແລະ ນັກທຸລະກິດ 3 ເມືອງດັ່ງກ່າວໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ໂດຍ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















