ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ບໍລິສັດ ເບສເທເລຄອມ ຈໍາກັດ ມອບເງິນຊຸກຍູ້ ໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-19 12:30:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ:



ວັນທີ 19 ມັງກອນ 2025 ນີ້, ບໍລິສັດ ເບສເທເລຄອມ ຈໍາກັດ ໄດ້ມອບເງິນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດຈຳນວນ 12 ຕື້ກີບ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ກ່າວມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ລິດທິກອນ ພູມມະສັກ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາວັດຖຸປັດໄຈດັ່ງກ່າວ ມາປະກອບສ່ວນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດ ໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ ກໍຄືຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງຜູ້ອໍານວຍການໃຫຍ່ ບໍລິສັດ ເບສເທເລຄອມ ຈໍາກັດ ພ້ອມດ້ວຍຄະນະ ແລະ ພະນັກງານ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ດໍາເນີນທຸລະກິດຂອງບໍລິສັດຈະເລີນກ້າວໜ້າ ແລະ ມີຄວາມສໍາເລັດໃນຊີວິດສ່ວນຕົວ ແລະ ຄອບຄົວ. ໂດຍ: ນາງ ອານຸພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ