ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ບໍລິສັດ ລາວຣູສເທັກຄອມ ເຂົ້າອວຍພອນ ຫົວໜ້າກົມພົວພັນ
ເວລາອອກຂ່າວ: 2026-01-19 12:42:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 487 | ຄວາມນິຍົມ:



ວັນທີ 19 ມັງກອນ 2026 ນີ້, ສະຫາຍ ຄໍານ້ອງ ຫວງຊະນະໄຊ ຜູ້ອໍານວຍການ ບໍລິສັດ ລາວຣູສເທັກຄອມ ຈໍາກັດ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະກອງບັນຊາ ກົມພົວພັນຕ່າງປະເທດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໂດຍມີ ສະຫາຍ ພົນຈັດຕະວາ ວົງໄຊ ອິນທິຄຳ ຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸເນ. ໂອກາດນີ້, ສະຫາຍ ຄໍານ້ອງ ຫວງຊະນະໄຊ ໄດ້ກ່າວຄຳອວຍພອນໄຊ ໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກົມພົວພັນຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ໃຫ້ມີຄວາມໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ. ໂອກາດນີ້, ສະຫາຍ ຫົວໜ້າ ກົມພົວພັນຕ່າງປະເທດ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ສະແດງຄວາມຂອບໃຈ ຕໍ່ບໍລິສັດ ລາວຣູສເທັກຄອມ ຈໍາກັດ ທີ່ເຂົ້າອວຍພອນໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງແຫ່ງມິດຕະພາບ ລະຫວ່າງ ສອງອົງການ ແລະ ອວຍພອນໃຫ້ ສະຫາຍ ອຳນວຍການ ພ້ອມດ້ວຍພະນັກງານ ໃນບໍລິສັດ ລາວຣູສເທັກຄອມ ຈໍາກັດ ທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ, ສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ກົມພົວພັນຕ່າງປະເທດ ແລະ ບໍລິສັດ ລາວຣູສເທັກຄອມ ຈໍາກັດ ໃຫ້ນັບມື້ດີຂຶ້ນເລື້ອຍໆ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ