ບ່ອນໃດມີທະຫານ ບ່ອນນັ້ນມີຄວາມປອດໄພ
ເວລາອອກຂ່າວ: 2026-01-19 13:03:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 845 | ຄວາມນິຍົມ: ![]()
ຄຳວ່າ ທະຫານ ໜ້າທີ່ຕ້ອງມາກ່ອນສະເໝີ ເຫັນວຽກສ່ວນລວມສຳຄັນກວ່າວຽກສ່ວນຕົວ, ໜ້າທີ່ ແລະ ພາລະບົດບາດ ຂອງກຳລັງປ້ອງກັນຊາດ (ທະຫານ), ນອກຈາກຈະປົກປ້ອງຜືນແຜ່ນດິນອັນແສນຮັກຂອງພວກເຮົາແລ້ວ, ທະຫານຍັງເປັນທຸກຢ່າງນຳໜ້າທຸກຂະບວນການໃນການສ້າງສາພັດທະນາປະເທດຊາດ, ມີທະຫານບ່ອນໃດ ທີ່ນັ້ນມີຄວາມປອດໄພ ແລະ ໄດ້ຮັບການພັດທະນາໂດຍພື້ນຖານ, ໄປຕັ້ງທັບຢູ່ທາງໃດກໍມີແຕ່ຄົນຮັກແພງ ຍ້ອງຍໍສັນລະເສີນ ໃຫ້ຄວາມເຄົາລົບ, ແລະ ໃຫ້ຄວາມຮ່ວມມື ໃຫ້ການຊ່ວຍເຫຼືອໃນທຸກໆດ້ານ.
ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີວ່າ: ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949, ກອງທັບປະຊາຊົນລາວສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ບັນຫາທີ່ພົ້ນເດັ່ນແມ່ນໄດ້ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮັບປະກັນ ໄດ້ຄວາມສະຫງົບປອດໄພໃຫ້ແກ່ປະເທດຊາດ, ສ້າງພື້ນຖານເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂະຫຍາຍຕົວຕາມທິດຊີ້ນໍາຂອງສູນກາງພັກ. ຊີ້ນໍາກຳແໜ້ນສະພາບການຮອບດ້ານຢູ່ພາຍໃນ ແລະ ນອກຊາຍແດນ, ສົມທົບກັບບັນດາອົງການກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຕີລາຄາ ແຕ່ລະບັນຫາຢ່າງພາວະວິໄສ, ຖືກຕ້ອງຕາມ ທັດສະນະຂອງພັກ ແລະ ແກ້ໄຂສະພາບການທີ່ເກີດຂຶ້ນໄດ້ທັນເວລາ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການປົກປັກຮັກສາເອກະລາດ, ອໍານາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ. ຍົກສູງສະຕິລະວັງຕົວໃນການກຽມພ້ອມສູ້ຮົບ, ຈັດຕັ້ງກຽມພ້ອມທາງດ້ານກໍາລັງ, ພາຫະນະສູ້ຮົບ ແລະ ຮັບປະກັນສູ້ຮົບຂອງກອງທັບ, ເປັນກຳລັງຫຼັກແຫຼ່ງໃນການຊ່ວຍເຫຼືອ ແລະ ກອບກູ້ໄພພິບັດທາງ ທຳມະຊາດໄດ້ຢ່າງທັນການ, ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມດ້ວຍກຳລັງຂອງກອງທັບ ແລະ ຮ່ວມມືກັບກອງທັບປະເທດເພື່ອນມິດ, ກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອນໍາໃຊ້ເຂົ້າໃນວຽກງານ ປ້ອງກັນຊາດ ແລະ ການພັດທະນາຂອງທ້ອງຖິ່ນ ຕາມການຕົກລົງຂອງລັດຖະບານ.
ສະຫາຍຍັງກ່າວຕື່ມອີກວ່າ: ປະຕິບັດຕາມແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ: ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ຕິດພັນກັບການພັດທະນາຊົນນະບົດຢ່າງແຂງແຮງເວົ້າໄດ້ວ່າ ກອງທະຫານຕັ້ງທັບຢູ່ບ່ອນໃດ ກໍເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ປຸກລະດົມຂົນຂວາຍປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນເຂົ້າຮ່ວມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງກວ້າງຂວາງ ໄປຄຽງຄູ່ກັບການຈັດຕັ້ງກໍາລັງເຄື່ອນໄຫວແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ, ເຄື່ອນໄຫວກຳເປົ້າໝາຍ, ເລີກຮື້ກຳລັງໃຕ້ດິນນັກສືບສອດແນມ, ການຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການເຂົ້າອອກເມືອງຜິດກົດໝາຍ ການຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ.
ສັງລວມແລ້ວ ຕະຫຼອດ 77 ປີຜ່ານມາ, ພາຍໃຕ້ການນໍາພາເດັດຂາດ ໂດຍກົງຮອບດ້ານ ຂອງພັກ, ກອງທັບປະຊາຊົນລາວ ຍັງເປັນກຳລັງຫຼັກແຫຼ່ງໃຫ້ແກ່ພັກ-ລັດ ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ກໍາລັງປະກອບອາວຸດກອງທັບປະຊາຊົນລາວ ໄດ້ຮັບການປັບປຸງ, ກໍ່ສ້າງເຕີບໃຫຍ່, ເຂັ້ມແຂງຂຶ້ນ ນັບທັງກໍາລັງພົນ ກໍຄືພາຫານະເຕັກນິກການທະຫານ ຂອງບັນດາເຫຼົ່າຮົບ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















