ກອງບັນຊາການທະຫານນະຄອນຫຼວງວຽງຈັນ ວາງພວງມາລາ ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-19 14:29:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 816 | ຄວາມນິຍົມ: ![]()
ວັນທີ 19 ມັງກອນ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີວາງພວງມາລາ ຢູ່ທີ່ອານຸສາວະລີ ນັກຮົບນິລະນາມ ໃນກົມກອງຂອງຕົນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.
ທັງນີ້ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີ ຂອງພະນັກງານ-ນັກຮົບ ທີ່ເສຍສະຫຼະຊີວິດ, ເລືອດເນື້ອເພື່ອການປະຕິວັດຊາດ ແລະ ຄວາມຜາສຸກຂອງປະຊາຊົນ ໃນການຕໍ່ສູ້ກູ້ຊາດ, ຍອມເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາປະເທດຊາດ ຢ່າງເດັດດ່ຽວ ແລະ ອົງອາດກ້າຫານ ໃນການຕໍ່ສູ້ຕີສັດຕູໃນເມື່ອກ່ອນ ຈົນສາມາດຍາດໄດ້ໄຊຊະນະ ມາສູ່ປະເທດຊາດເຮົາຈົນເຖິງປະຈຸບັນ ຍ້ອນມີພວກເພິ່ນໃນວັນນັ້ນ ຈຶ່ງມີພວກເຮົາເຖິງວັນນີ້ ສະນັ້ນພະນັກງງານ-ນັກຮົບຮຸ່ນສືບທອດຈົ່ງນຳເອົາຜົນງານຄວາມເສຍສະຫຼະ, ຄວາມເກັ່ງກ້າອາດຫານມີມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າເພື່ອນຳມາ ຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ພ້ອມເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















