ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ຕິດຕາມກວດກາ ແລະ ຊີ້ນຳວຽກງານປ້ອງກັນຢູ່ຕາມເສັ້ນທາງ 4 B ຫາ 1 D
ເວລາອອກຂ່າວ: 2018-11-22 10:49:49 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:



ໃນວັນທີ 20 ພະຈິກ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສ ນາທິການກອງທັບປະຊາຊົນ ລາວພ້ອມດ້ວຍຄະນະໄດ້ລົງຊຸກ ຍູ້ຕິດຕາມກວດກາ ແລະ ຊີ້ນຳ ວຽກງານປ້ອງກັນຢູ່ຕາມເສັ້ນທາງ 4B,ຫາ1D ເພື່ອຮັບປະກັນ ຄວາມປອດໄພໃຫ້ແກ່ຂະບວນ ຄາລະວານທີ່ຈະເດີນທາງໄປສະ ເຫຼີມສະຫຼອງວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 55 ປີ ທີ່ຈະ ເປີດຂຶ້ນໃນມໍ່ໆນີ້. ໂອກາດນີ້ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງບໍລິຄຳໄຊກໍໄດ້ ລາຍງານສະພາບໂດຍຫຍໍ້ກ່ຽວ ກັບວຽກງານເຮັດໃຫ້ສະພາບ ໃນຂອບເຂດຄວາມຮັບຜິດຊອບ ຂອງກົມກອງມີຄວາມສະຫງົບ ປອດໄພ ເຊິ່ງໃນປັດຈຸບັນແມ່ນ ເອົາໃຈໃສ່ເຂົ້າໃນການຫ້າງຫາກະ ກຽມວຽກງານປ້ອງກັນໃຫ້ແກ່ ຄະນະນຳຂະບວນຄາລະວານທີ່ ເດີນທາງໄປຮ່ວມງານສະເຫຼີມ ສະຫຼອງວັນສ້າງຕັ້ງເມືອງວຽງ ໄຊ ຄົບຮອບ 55 ປີ, ໂດຍໄດ້ປະ ສານສົມທົບເອົາກຳລັງທະຫານ ເມືອງບໍລິຄັນໃຫ້ເປັນເຈົ້າການ ເຮັດວຽກງານປ້ອງກັນແຕ່ລະ ຈຸດທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໃນແຕ່ລະດ້ານທີ່ຢູ່ໃນ ຄວາມຮັບຜິດຊອບຈາກທ່ານ ພົນ ໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງກວດ ກາໃນການເຮັດໜ້າທີ່ວຽກງານ ປ້ອງກັນ ແຕ່ລະຈຸດຂອງກຳລັງ ທະຫານເມືອງບໍລິຄັນ ພ້ອມທັງ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ ບັນດາສະຫາຍຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບຜູ້ທີ່ ເຮັດວຽກປ້ອງກັນໃນຄັ້ງນີ້ ຈົ່ງ ເພີ່ມທະວີກຳລັງແຮງເຂົ້າໃສ່ ວຽກງານປ້ອງກັນຢ່າງເຂັ້ມງ ວດ ແລະ ເດັດຂາດເພື່ອເຮັດໃຫ້ ຂອບເຂດຄວາມຮັບຜິດຊອບມີ ຄວາມສະຫງົບປອດໄພໂດຍພື້ນ ຖານ ແລະ ເອົາໃຈໃສ່ສົມທົບ ແໜ້ນກັບກຳລັງກໍ່ສ້າງຮາກ ຖານ, ກຳລັງ ປກຊ-ປກສ ແລະ ອຳນາດການປົກຄອງທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ແມ່ປະຊາຊົນ ຈົ່ງສຶບຕໍ່ຕິດຕາມເປັນຫູເປັນຕາ ຊ່ວຍເຫຼືອຕິດຕາມສະພາບກຸ່ມ ຄົນບໍ່ຫວັງດີຈະເຂົ້າມາມ້າງເພ ທຳລາຍເຮັດໃຫ້ສະພາບບໍ່ມີ ຄວາມສະຫງົບ, ແລະ ສຶບຕໍ່ຊຸກ ຍູ້ປຸກລະດົມຂົນຂວາຍໂຄສະນາ ແກ່ປະຊາຊົນເປັນເສົາຄໍ້າແຫ່ງ ຊາດຕໍ່ວຽກງານປ້ອງກັນ-ປ້ອງກັນຄວາມສະຫງົບຢ່າງຕັ້ງ ໜ້າ.ຈາກນັ້ນທ່ານຍັງໄດ້ລົງຊຸກ ຍູ້ຢູ່ກອງຮ້ອຍ1 ທີ່ຂຶ້ນກັບກອງ ພັນ 615 ທະຫານແຂວງບໍລິຄຳ ໄຊ ຕື່ມອີກ. ທ່ານ ຫົວໜ້າກົມໃຫຍ່ເສນາ ທິການກອງທັບພ້ອມດ້ວຍຄະນະ ກໍໄດ້ສຶບຕໍ່ລົງກວດກາ ແລະ ຊີ້ ນຳຢູ່ກອງຮ້ອງ 12 ທີ່ຂຶ້ນກັບ ກອງບັນຊາການທະຫານເມືອງ ຄູນ ແຂວງຊຽງຂວາງ, ລົງຊຸກ ຍູ້ ແລະ ຢ້ຽມຢາມກອງບັນຊາ ການທະຫານເມືອງຄູນຕື່ມ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ