ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ຈັດ​ກິດຈະກຳ​ການ​ແຂ່ງຂັນ ຖາມ-ຕອບ ຄວາມ​ຮູ້​ຮອບ​ຕົວ
ເວລາອອກຂ່າວ: 2026-01-21 09:27:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນ​ວັນ​ທີ 14 ມັງກອນ 2026 ນີ້, ພະ​ແນກ​ຊາວ​ໜຸ່ມ-ສະຫະພັນ​ແມ່ຍິງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດການ​ແຂ່ງ ຂັນ ຖາມ-ຕອບ ຄວາມ​ຮູ້​ຮອບ​ຕົວ, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ​ປອ ສະແຫວງ ແດນ​ນາ​ມົນ ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ 4 ຫ້ອງ 2 ກອງພັນ, ອົງ​ການຈັດຕັ້ງ ຊາວ​ໜຸ່ມ-ແມ່ຍິງ ແລະ ນັກ​ຕອບ​ຄຳ​ຖາມ ທົ່ວ​ໂຮງຮຽນ ເຂົ້າ​ຮ່ວມ. ກິດຈະກຳ​ການ​ແຂ່ງຂັນ ຖາມ-ຕອບ ໃນ​ຄັ້ງ​ນີ້ ກໍ່​ເພື່ອ​ເປັນ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ຂອງ​ພັກ ໂດຍ​ສະເພາະ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ທີ່​ຈະ​ມາ​ເຖິງ​ນີ້, ທັງ​ເປັນ​ການ​ກະຕຸກ​ຊຸກຍູ້​ໃຫ້ ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ ມີ​ຈິດໃຈ​ຮັກ​ມັກ​ການ​ອ່ານ, ກຳ​ໄດ້​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະບຽບ​ວິໄນ​ຂອງ​ກອງທັບ ແລະ ບັນດາ​ມູນເຊື້ອ ທາດ​ແທ້​ຂອງ​ກອງທັບ​ປະຊາຊົນ​ລາວ ເພື່ອ​ສ້າງ​ໃຫ້​ພະນັກງານ-ນັກຮົບ​ກາຍເປັນ​ພະນັກງານ-ນັກຮົບ​ທີ່​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ເຂັ້ມແຂງ​ດ້ານ​ການຈັດຕັ້ງ, ມີ​ຄວາມ​ຮູ້ ຄວາມ​ສາ​ມາ​ດື ໃນ​ການ​ເຮັດ​ໜ້າທີ່​ວຽກ​ງານ, ທ່ວງ​ທັນ​ກັບ​ຍຸກ​ສະໄໝ ທີ່​ມີ​ວິທະຍາສາດ​ກ້າວໜ້າ​ທັນ​ສະໄໝ ເພື່ອ​ເຮັດ​ສຳເລັດ​ໜ້າທີ່ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ທັງ​ເປັນ​ການ​ເປີດ​ໂອກາດ ເພື່ອ​ຄົ້ນ​ຫາ ສະມາຊິກ ຊາວ​ໜຸ່ມ-ແມ່ຍິງ, ພະນັກງານ-ນັກຮົບ ຜູ້​ທີ່​ມີ​ຫົວຄິດ, ມັນ​ສະໜອງ​ວ່ອງໄວ, ມີ​ການ​ຊອກ​ຮູ້​ຮ່ຳຮຽນ, ຈື່​ຈຳ​ໄດ້​ດີ ແລະ ມີ​ພອນ​ສະຫວັນ-ພອນ​ສະແຫວງ, ຊອກ​ຫາ​ບຸກຄົນ​ທີ່​ເກັ່ງ ສາມາດ​ມາ​ທົດ​ສອບ​ກັນ​ດ້ວຍ​ຄວາມ​ຮູ້ ຄວາມ​ສາມາດ​ຕົວ​ຈິງ​ໃນ​ເວທີ​ນີ້. ການ​ແຂ່ງຂັນ ໃນ​ຄັ້ງ​ນີ້, ປະກອບ​ມີ 6 ທີມ ເຂົ້າ​ແຂ່ງຂັນ ເຊິ່ງ​ເປັນ​ຕົວ​ແທນ​ຈາກ​ບັນດາ ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ 4 ຫ້ອງ 2 ກອງພັນ, ສຳລັບ​ຜົນ​ການ ​ແຂ່ງຂັນ ລາງວັນ​ທີ 1 ແມ່ນ ທີມ​ຊາວ​ໜຸ່ມ-ແມ່ຍິງ ຫ້ອງ​ການ ເມືອງ, ລາງວັນ​ທີ 2 ແມ່ນ ທີມ​ຊາວ​ໜຸ່ມ-ແມ່ຍິງ ຫ້ອງ​ສຶກ​ສາ, ລາງວັນ​ທີ 3 ແມ່ນ ທີມ​ຊາວ​ໜຸ່ມ-ແມ່ຍິງ ຫ້ອງການ ແລະ​ບໍລິຫານ, ລາງວັນ​ຊົມເຊີຍ ແມ່ນ ທີມ​ຊາວ​ໜຸ່ມ-ແມ່ຍິງ ຫ້ອງ​ພະລາທິການ-ເຕັກນິກ, ຊາວ​ໜຸ່ມ-ແມ່ຍິງ ກອງພັນ​ທີ 1 ແລະ ກອງພັນ​ທີ 2. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ