ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ອວຍພອນ ຄະນະພັກກອງບັນຊາການທະຫານ ແຂວງຫຼວງພະບາງ
ເວລາອອກຂ່າວ: 2026-01-21 09:28:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ: ![]()
ວັນທີ 15 ມັງກອນ 2026 ນີ້, ສະຫາຍ ຈ່າງ ເສີ້ ພິງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ກອງບັນຊາການທະຫານແຂວງຫຼວງ
ພະບາງ ເນື່ອງໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ມີ ສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ໄດ້ກ່າວວ່າ ການເຂົ້າອວຍພອນໃນຄັ້ງນີ້ ເພື່ອເປັນການຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບລະຫວ່າງສອງພັກ-ສອງລັດ ແລະ ປະຊາ ຊົນທັງສອງຊາດ ລາວ-ຈີນ, ໂດຍສະເພາະແມ່ນກອງບັນຊາການ ທະຫານແຂວງຫຼວງພະບາງ ກັບກົງສູນໃຫຍ່ແຫ່ງ ສປ ຈີນ ປະຈຳພາກເໜືອ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ພ້ອມດຽວກັນນີ້ ຍັງ
ໄດ້ທົບທວນຫວນຄືນມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າຈະເປັນສະໄໝສົງຄາມ ກໍຄືສະໄໝສັນຕິພາບໃນປັດຈຸບັນ, ເສີມຂະຫຍາຍມູນເຊື້ອຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ. ໂອກາດດຽວກັນນີ້ ສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າອວຍພອນຂອງ ສະຫາຍ ຈ່າງ ເສີ້ ພິງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງພ້ອມດ້ວຍຄະນະ ເຊິ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ, ໃກ້ຊິດຕິດແທດ ແລະ ຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບ, ພ້ອມທັງອວຍພອນສາຍພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອຄວາມສາມັກຄີລະຫວ່າງສອງພັກ-ສອງລັດ, ປະ ຊາຊົນສອງຊາດ ລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















