ນ້ຳໃຈຈາກນັກທຸລະກິດໜຸ່ມ ນະຄອນ ໄກສອນ ພົມວິຫານ
ເວລາອອກຂ່າວ: 2026-01-21 09:30:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ: ![]()
ໃນກາງເດືອນມັງກອນ 2026 ນີ້, ນັກທຸລະກິດໜຸ່ມ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງນຳໂດຍສະຫາຍ ສົມຄິດ ເມຕຸລາ ແລະ ສະຫາຍ ວົງດາຮັກ ພູມສະຫວັນ ໄດ້ມອບເຄື່ອງກິລາ ຈຳນວນ 39 ຊຸດມູນຄ່າ 5.770.000 ກີບ ເພື່ອປະກອບສ່ວນອຸປະຖຳນັກກິລາ ຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ກ່າວຮັບໂດຍສະຫາຍ ພັນໂທ ພູວາ ບົວໄລພາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ທະຫານແຂວງສະ ຫວັນນະເຂດ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນໂທ ພູວາ ບົວໄລພາ ໄດ້ສະແດງຂອບ ໃຈມາຍັງ ນັກທຸລະກິດໜຸ່ມ ທັງ 2 ທ່ານ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນ ຕໍ່ວຽກງານກິລາ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ ກໍຄືນັກກິລາຫ້ອງການເມືອງ ກອງບັນຊາການທະຫານແຂວງ ຈຶ່ງໄດ້ນຳເອົາເຄື່ອງກິລາ ມາມອບຊຸກຍູ້ໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາເຄື່ອງກິລາດັ່ງກ່າວໄປນຳໃຊ້ເຂົ້າໃນການແຂ່ງ ຂັນກິລາ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 77 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















