ການນຳພັກ-ລັດ ເມືອງຫົງສາ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 36 ປີ
ເວລາອອກຂ່າວ: 2026-01-21 10:26:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 36 ປີ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ, ໃນວັນທີ 20 ມັງກອນ 2026 ນີ້, ການນຳພັກ-ລັດ ເມືອງຫົງສາ ແຂວງໄຊຍະບູລີ ນຳໂດຍທ່ານ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍ ການນໍາທຸກພາກສ່ວນຂອງເມືອງ ໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ.
ການເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້, ກໍ່ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີຂອງພະນັກງານນັກຮົບປະຕິວັດ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອຂອງຕົນ ເພື່ອຊາດເພື່ອປະຊາຊົນ ໃນພາລະກິດຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວເຮົາໄວ້ໄດ້ຢ່າງໝັ້ນຄົງຕະຫຼອດມາ ແລະ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນຄົບລົບຮັກຂອງປວງຊົນລາວທັງຊາດ ທີ່ເສຍສະຫຼະເລືອດເນື້ອ, ເຫື່ອແຮງ, ສະຕິບປັນຍາ ເຂົ້າໃນພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ສາມາດຍາດໄດ້ ໄຊຊະນະ ແລະ ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ.
ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















