ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງ​ພົນ​ທີ 1 ມອບ​ອຸປະກອນ​ຮັບ​ໃຊ້​ຫ້ອງການ ໃຫ້ອາໍ​ນາດ​ການ​ປົກຄອງ​ບ້ານ​ໂພນ​ແກ້ວ
ເວລາອອກຂ່າວ: 2026-01-22 10:01:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:



ໃນ​ວັນ​ທີ 9 ມັງກອນ 2026 ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 1 ພ້ອມ​ດ້ວຍ​ຄະນະ ໄດ້​ມອບ​ອຸປະກອນ​ຮັບ​ໃຊ້​ ຫ້ອງການ ໃຫ້​ອຳນາດ​ການ​ປົກ ຄອງ​ບ້ານ​ໂພນ​ແກ້ວ, ເມືອງ​ວັງ​ວຽງ, ແຂວງ​ວຽງ​ຈັນ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ໂສ​ເຈຍ ທາວ ນາຍບ້ານ ບ້ານ​ໂພນ​ແກ້ວ ພ້ອມ​ດ້ວຍ​ເຖົ້າ​ແກ່​ແນວ​ໂຮມ ແລະ ບັນດາ​ໜ່ວຍ​ງານ​ຂອງ​ບ້ານ ເຂົ້າ​ຮ່ວມ. ເພື່ອ​ເປັນ​ການ​ປະກອບສ່ວນ​ສ້າງ​ຜົນງານ, ສ້າງ​ຂະ​ບວນ​ການ​ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ຕໍ່​ເນື່ອງ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ, ວັນ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບຮອບ 41 ປີ ແລະ ວັນ​ສຳຄັນ​ອື່ນໆ ຂອງ​ຊາດ; ກອງ​ພົນ​ທີ 1 ກໍ​ໄດ້​ເລັ່ງ​ໃສ່​ປະກອບສ່ວນ​ວຽກ​ງານ​ຕ່າງໆ ຫຼາຍ​ດ້ານ​ຕາມ​ເງື່ອນໄຂ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ກົມ​ກອງ; ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ແລະ ຄວາມ​ຈຳເປັນ​ຂອງ​ບ້ານ​ຮາກ​ຖານ​ຂອບ​ເຂດ​ກອງ​ພົນ​ທີ 1 ຕັ້ງ​ທັບ​ທີ່​ຂາດເຂີນ​ອຸປະກອນ​ຮັບ​ໃຊ້​ຫ້ອງການ ທີ່​ມີ​ຄວາມ​ຈຳເປັນ​ໃນ​ການ​ນຳ​ໃຊ້​ອຸປະກອນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ບ້ານ ໃຫ້​ມີ​ຄວາມ​ສະດວກ ແລະ ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ ກໍ​ຄື ປະຊາຊົນ​ມອບ ໝາຍ​ໃຫ້; ກອງ​ພົນ​ທີ 1 ໄດ້​ນຳ​ເອົາ​ໂຕະ ຈຳນວນ 3 ໜ່ວຍ, ຕັ່ງ​ ໄມ້ 6 ໜ່ວຍ ແລະ ຕັ່ງ​ຢາງ 20 ໜ່ວຍ ລວມ​ມູນ​ຄ່າ 6.300.000 ກີບ ມາ​ມອບ​ໃຫ້​ບ້ານ​ໂພນ​ແກ້ວ ຕາມ​ການ​ສະເໜີ​ຂອງ​ບ້ານ ໂດຍ​ຜ່ານ​ການ​ປະສານ​ງານ​ຂອງ​ຫ້ອງການ ແລະ ບໍລິຫານ ກອງ​ພົນ​ທີ 1. ສະຫາຍ ໂສ​ເຈຍ ທາວ ຕາງໜ້າ​ໃຫ້​ອົງການ​ປົກຄອງ​ບ້ານ ແລະ ປະຊາ ຊົນ​ບ້ານ​ໂພນ​ແກ້ວ ສະແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ຢ່າງ​ຫຼົ້ນ​ເຫຼືອ​ຕໍ່​ກັບ​ອຸປະກອນ​ທີ່​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ກອງ​ພົນ​ທີ 1 ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມັກຄີ​ຮັກແພງ, ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ຄວາມ​ເອົາໃຈໃສ່​ຂອງ​ກອງທັບ ຕໍ່ ປະຊາຊົນ, ພ້ອມ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ວັດຖຸ​ ປັດ​ໄຈ​ດັ່ງກ່າວ​ໄປ​ໝູນ​ໃຊ້​ໃຫ້​ມີ​ຄຸນຄ່າ ແລະ ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ