ອວຍພອນ ອະດີດການນຳ ກອງບັນຊາການທະຫານ ແຂວງຫຼວງນ້ຳທາ, ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ
ເວລາອອກຂ່າວ: 2026-01-22 10:02:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ: ![]()
ໃນລະຫວ່າງ ວັນທີ 13-14 ມັງກອນ 2026, ຄະນະກອງບັນຊາການທະຫານແຂວງຫຼວງນ້ຳທາ ນຳໂດຍ ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະ ຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ອະດີດການນຳ ກອງບັນຊາການທະຫານແຂວງ, ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ, ເນື່ອງໃນໂອ
ກາດ ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026).
ໃນນີ້, ໄດ້ອວຍພອນ ສະຫາຍ ພັນເອກ ບຸນຍີ ແກ້ວຄຸນເມືອງ ອະດີດຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ພົນຈັດຕະວາ ອິນແກ້ວ ມະນີຈັນ ອະດີດຫົວໜ້າການທະ ຫານ ກອງບັນຊາການທະຫານແຂວງ, ສະຫາຍ ພັນໂທ ບົວວັນ ຈັນທະມີໄຊ ອະດີດຫົວໜ້າການ ເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ພັນເອກ ໄມຈັນ ພັດນາລັດ ອະດີດຫົວໜ້າການ ເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ຮ້ອຍເອກ ບຸນລັດ
ພົມມະຈັນ ວິລະຊົນແຫ່ງຊາດ, ສະຫາຍ ນາງ ຄຳຫຼ້າ ໄຊປະເສີດ ວິລະຊົນແຫ່ງຊາດ ແລະ ສະຫາຍ ພັນໂທ ບຸນສີ ມະນີຈັນ ວິລະຊົນແຫ່ງຊາດ.
ສະຫາຍ ພັນເອກ ບຸນມີ ໄຊປະເສີດ ພ້ອມດ້ວຍຄະນະ ໄດ້ສະແດງຄວາມນັບຖື ແລະ ຮູ້ບຸນຄຸນມາຍັງ ອະດີດການນຳ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ ພ້ອມທັງອວຍພອນໃຫ້ແຕ່ລະສະຫາຍ ຈົ່ງມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ເຮັດໜ້າທີ່ເປັນພະນັກງານອາວຸໂສທີ່ມີມູນເຊື້ອດີເດັ່ນ, ເປັນແບບຢ່າງໃຫ້ແກ່ ພະນັກ
ງານ-ນັກຮົບຮຸ່ນໜຸ່ມ, ພ້ອມຈະນຳເອົາມູນເຊື້ອຮັກຊາດ ແລະ ແບບ ຢ່າງອັນດີງາມຂອງບັນດາສະ ຫາຍ ມາຜັນຂະຫຍາຍເຂົ້າໃນການພັດທະນາກົມກອງ ໃຫ້ນັບມື້ກ້າວໜ້າ, ເຂັ້ມແຂງ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















