ຫຼາຍພາກສ່ວນ ອວຍພອນກົມກອງທະຫານເຮົາ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-22 10:07:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີີນີ້, ຫຼາຍພາກສ່ວນ ເຫັນໄດ້ຄວາມສຳຄັນຂອງວັນດັ່ງກ່າວ ຈຶ່ງໄດ້ນຳເອົາກະຕ່າຂອງຂວັນ ແລະ ວັດຖຸປັດໄຈ ມາມອບອວຍພອນກົມກອງທະຫານເຮົາ ໃນນັ້ນ, ໜັງສືພິມປ້ອງກັນຄວາມສະຫງົບ ນຳພາໂດຍ ສະຫາຍ ພັນໂທ ນາງ ຄຳແສງ ທຳມະວົງ ຮອງຫົວໜ້າກົມສື່ມວນຊົນ ປກສ, ຜູ້ຊີ້ນຳວຽກງານໜັງສືພິມ ແລະ ສະຫາຍ ພັນໂທ ນາງ ວິຄູນ ພົມມະຈັກ ຫົວໜ້າກອງບັນນາທິການໜັງສືພິມປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ກອງບັນນາທິການໜັງສືພິມກອງທັບ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າກອງບັນນາທິການໜັງສືພິມກອງ
ທັບ ພ້ອມດ້ວຍຄະນະ.
ຄະນະອຳນວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ວິທະຍາຄານຕຳຫຼວດປະຊາຊົນ ແລະ ວິທະຍາຄານສັນຕິບານ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະພັກ-ຄະນະອຳນວຍການ ໂຮງຮຽນທິດສະດີການເມືອງກອງທັບ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ປອ ທີມສາວ ດວງຈຳປາ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະ.
ຄັງເງິນແຫ່ງລັດ ປະຈຳແຂວງອຸດົມໄຊ ນຳພາໂດຍສະຫາຍ ນາງ ພາວັນ ສຸພອນສີ ຫົວໜ້າຄັງເງິນແຫ່ງລັດ ປະຈຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ເງິນສົດ ຈຳນວນ 7.000.000 ກີບ ມາມອບ ແລະ ອວຍພອນ ກອງບັນຊາການທະຫານແຂວງອຸດົມໄຊ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ບໍລິສັດມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳພາໂດຍ ສະຫາຍເວືອງ ດິງ ກຸ໋ຍ ຮອງຜູ້ອຳນວຍການ ບໍລິສັດມິດຕະພາບ 206 ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ.
ໜ່ວຍງານບໍລິການ ທະນາຄານພັດທະນາລາວ ປະຈຳເມືອງຜາອຸດົມ ແຂວງບໍ່ແກ້ວ ນຳພາໂດຍ ສະຫາຍ ອານຸລັກ ມະນີວົງ ຫົວໜ້າໜ່ວຍງານບໍລິການ ທະນາຄານພັດທະນາລາວ ປະຈຳເມືອງຜາອຸດົມ ພ້ອມດ້ວຍທິມງານ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 302 ກອງພົນທີ 3, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງ ແລະ ສະຫາຍ ພັນໂທ ບຸນຄືນ ເລີຍຄຳເຍີນ
ຫົວໜ້າການທະຫານ ກອງພັນໃຫຍ່ 302 ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ບໍລິສັດຢູນິເທວລາວ ສາຂາ ແຂວງສະຫວັນນະເຂດ ນຳພາໂດຍ ສະຫາຍ ສີສ່ວນ ເຫມມະບຸດ ຮອງປະທານບໍລິສັດຢູນິເທວລາວ ສາຂາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງພົນທີ 4, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ເຂັມພອນ ມູນທະດີ ຫົວໜ້າການທະຫານ ກອງພົນທີ 4 ພ້ອມດ້ວຍຄະນະ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















