ກົມກອງຕ່າງໆປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-22 10:08:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງພັນໃຫຍ່ 703, ກອງພັນ 414 ກອງ ພັນໃຫຍ່ 301 ກອງພົນທີ 3 ແລະ ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດຕັ້ງເຊື່ອມຊຶມມູນເຊື້ອຂອງກອງທັບ ໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານນັກຮົບ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຕື່ມມູນເຊື້ອດັ່ງກ່າວ ພ້ອມທັງນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ.
ຢູ່ແຕ່ລະແຫ່ງໄດ້ຍົກໃຫ້ເຫັນປະຫວັດສາດ ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບຍາດມາໄດ້ຕະຫຼອດ 77 ປີຜ່ານມາ ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ໂດຍແມ່ນປະທານໄກ ສອນພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອ ກວ່າ ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດດ່ຽວໜຽວແໜ້ນ ກອງທັບກໍ່ໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ຍາດໄດ້ໄຊຊະນະເປັນກ້າວໆມາ ແລະ ສາມາດສະຖາປະນາ ສປປລາວ ຢ່າງສົມບູນໃນວັນທີ 2 ທັນວາ 1975. ຈາກນັ້ນມາກອງທັບ ກໍ່ໄດ້ເຮັດໜ້າທີ່ເປັນກຳລັງຫຼັກແຫ່ງໃນການປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ສ້າງເງື່ອນໄຂໃຫ້ປະເທດຊາດໄດ້ສ້າງສາພັດທະນາຮອບດ້ານ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















