ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

3 ກອງຮ້ອຍ 1 ໝວດ​ ມອບ​ເຄື່ອງ ແລະ ອຸປະກອນ​ກິລາ ​ໃຫ້​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2026-01-22 10:09:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ໃນບໍ່ດົນຜ່ານມານີ້, ບັນດາ​ຫົວໜ້າ 3 ກອງຮ້ອຍ ແລະ 1 ໝວດ ໄດ້​ຕາງໜ້າ​ໃຫ້ຄະນະ​ພັກ-ຄະນະ​ບັນຊາ​ພະນັກງານ​ພາຍ​ໃນ​ກົມ​ກອງ​ຄື: ກອງຮ້ອຍປ້ອງ​ກັນ​ຕົວ​ລາວ​ໂທລະ​ຄົມ, ກອງ ຮ້ອຍ​ປ້ອງ​ກັນ​ຕົວ​ໄຟຟ້າ, ກອງ ຮ້ອຍ​ປ້ອງ​ກັນ​ຕົວ​ນ້ຳ​ປະປາ ແລະ ໝວດ​ປ້ອງ​ກັນ​ຕົວ​ອີ​ທີ​ແອວ ສາຂາ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ນຳ​ເອົາ​ເຄື່ອງ​ກິລາ ຈຳນວນ 50 ຊຸດ ແລະ ອຸປະກອນ​ກິລາ​ມາ​ມອບ​ໃຫ້​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ລວມ​ມູນ​ຄ່າ 7.600.000 ກີບ. ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກ ຍູ້​ເຂົ້າ​ໃນ​ຂະ​ບວນ​ການ​ກິລາ​ຂອງ ກົມ​ກອງ ທີ່​ພວມ​ກຳລັງ​ແຂ່ງຂັນ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ແຂງແຮງ ແລະ ມີ​ຄວາມ​ໝາຍ​ເລິກເຊິ່ງ ກ່າວ​ຮັບ​ໂດຍ​ສະຫາຍ ພັນ​ເອກ ໄວຍາກອນ ເພັດ​ສະ​ລາດ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ຄະນະ. ໂອກາດ​ນີ້, ສະຫາຍ ພັນ​ເອກ ໄວຍາກອນ ເພັດ​ສະ​ລາດ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ມາ​ຍັງ ບັນດາ​ຫົວໜ້າ 3 ກອງຮ້ອຍ ແລະ 1 ໝວດ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ຂະ​ບວນ​ການ​ກິລາ​ຢູ່​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ນຳໄປ​ໝູນ​ໃຊ້​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ