ທະຫານແຂວງບໍ່ແກ້ວ ປະກາດການຈັດຕັ້ງ ແລະ ປະກາດເລື່ອນຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-01-22 10:11:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ: ![]()
ວັນທີ 15 ມັງກອນ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ປະກາດການຈັດຕັ້ງ ແລະ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮັກສາການຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 5 ກອງບັນຊາການເມືອງ, 3 ກອງພັນ,ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດ, ຕະຫຼອດຮອດ ພະນັກງານຫຼັກແຫຼ່ງຈາກບັນດາກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ດາວວອນ ພິມມະສອນ
ເປັນຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານເມືອງຕົ້ນເຜິ້ງ, ພັນໂທ ບຸນເພັດ ສິນໄຊຍະ ເປັນຮັກສາການຫົວໜ້າການເມືອງກອງບັນຊາການທະຫານເມືອງເມິງ, ສະຫາຍ ພັນໂທ ສີພາ ແພງປັນຍາ ເປັນຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານເມືອງເມິງ, ສະຫາຍ ພັນໂທ ພູວັນ
ອິນໄພຍາລາດ ເປັນຮັກສາການຫົວໜ້າພະແນກປ້ອງກັນພາຍໃນ ຫ້ອງການເມືອງ, ສະຫາຍ ພັນໂທ ນາງ ສຸກສາຄອນ ວົງລໍຄຳ ເປັນຮັກສາການຫົວໜ້າພະແນກໄອຍາການ ຫ້ອງການເມືອງ ນອກນັ້ນຍັງໄດ້ແຕ່ງຕັ້ງບາງຕຳແໜ່ງງານອີກຈຳນວນໜຶ່ງ. ຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໃນນັ້ນ, ເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ ຈຳນວນ 22 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 60 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຮ້ອຍຊັ້ນໂທຈຳນວນ 56 ສະຫາຍ ແລະ ຍັງປະດັບທຽບຊັ້ນນາຍທະຫານ ໃຫ້ລັດຖະກອນປ້ອງກັນຊາດ ຈຳນວນ 22 ສະຫາຍຕື່ມອີກ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















