ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ສຸມ​ໃສ່​ຍູ້​ແຮງ​ຂະ​ບວນ​ການ​ຫຼາຍ​ດ້ານ ຂ່ຳນັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-22 10:15:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



ເພື່ອ​ຫ້າງ​ຫາ​ກະກຽມ​ຂ່ຳນັບ​ຮັບ​ຕ້ອນ ແລະ ຈັດ​ຕັ້ງ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ກວ້າງ ຂວາງ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ສຳຄັນ​ເລິກເຊິ່ງ​ນັ້ນ, ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ເປັນ​ກົມ​ກອງ​ໜຶ່ງ ນອກຈາກ​ຈະ​ເອົາໃຈໃສ່​ເຮັດ​ໜ້າທີ່ ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຮອບດ້ານ ແລະ ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ໜັກ​ແໜ້ນ ທັງ​ຮັບປະກັນ​ເຮັດ​ໃຫ້​ທ້ອງຖິ່ນ​ແຂວງ​ວຽງ​ຈັນ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນແລ້ວ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ຍັງ​ໄດ້​ສຸມ​ໃສ່​ຍູ້​ແຮງ​ຂະ​ບວນ​ການ​ຫຼາຍ​ດ້ານ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ດັ່ງກ່າວ ແນ່​ໃສ່​ເຮັດ ​ໃຫ້​ກົມ​ກອງ​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ ໂດຍ​ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ທີ່​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ມີ​ຜົນສຳເລັດ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ໃນ​ປີຜ່ານມາ. ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໃຫ້​ສຳພາດ​ວ່າ: ພາຍຫຼັງ​ພວກ​ເຮົາ​ໄດ້​ຮັບ​ຄຳ​ສັ່ງ​ແນະນຳ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ການ​ກະກຽມ ແລະ ສະເຫຼີມສະຫຼອງ​ວັນ​ປະຫວັດສາດ ສຳຄັນ​ຂອງ​ພັກ-ຂອງ​ຊາດ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບ ຮອບ 77 ປີ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ກໍ​ໄດ້​ເປັນໃຈ​ກາງ​ໃນ​ການ​ນຳພາ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ດັ່ງກ່າວ ໃຫ້​ລົງ​ເຖິງ​ຮາກ​ຖານ​ກົມ​ກອງ ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ກ່ອນ​ອື່ນ​ໝົດ ແມ່ນ​ຫັນ​ຄຳ​ສັ່ງ​ແນະນຳ​ຂອງ​ຂັ້ນ​ເທິງ ມາ​ເປັນ​ຄຳ​ສັ່ງ​ແນະນຳ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ພ້ອມ​ທັງ​ສ້າງ​ແຜນການ ແລະ ອອກ​ຂໍ້​ຕົກລົງ​ແຕ່ງຕັ້ງ​ອະນຸ​ກຳມະການ​ຮັບຜິດຊອບ​ວຽກ​ງານ​ແຕ່​ລະ​ດ້ານ, ໃນ​ນີ້ຂະ​ບວນ​ການ​ທີ່​ພົ້ນ​ເດັ່ນ ແມ່ນ​ຂະ​ບວນ​ການ​ອອກແຮງ​ງານ, ອະ ນາໄມ, ປະດັບ​ປະດາສະຖານທີ່​ຄ້າຍ​ຄູ​ໃຫ້​ມີ​ຄວາມ​ສະອາດ​ຈົບງາມ ເປັນ​ລະບຽບ​ຮຽບ​ຮ້ອຍ, ເຄື່ອນ​ໄຫວ​ໂຄສະນາ​ປາຖະກະຖາ​ມູນເຊື້ອ​ວັນ​ສ້າງຕັ້ງ​ກອງທັບ, ນຳພາ​ການ​ນຳ​ຂອງ​ແຂວງ-ການ​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ພະນັກງານ-ນັກຮົບ ທີ່​ມາ​ປິ່ນປົວ​ຢູ່​ໂຮງໝໍ 30 ຕຽງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ, ອະດີດ​ການ​ນຳ​ຂອງ​ກອງ​ບັນຊາ​ການ, ພະນັກງານ-ນັກຮົບ​ທີ່​ກຳລັງ​ປະຕິບັດ​ໜ້າທີ່​ຢູ່​ບັນດາ​ປ້ອມ. ນອກຈາກ​ນີ້, ຍັງ​ໄດ້​ຊີ້​ນຳ​ໜ່ວຍ​ສິລະ​ປະ-ວັນ ນະຄະດີ​ສະໝັກ​ຫຼິ້ນ​ຂອງ​ກອງ​ບັນຊາ​ການ ເຝິກຊ້ອມ, ເພື່ອ​ກະກຽມ​ເຄື່ອນ​ໄຫວ​ສະແດງ​ຮັບ​ໃຊ້​ຢູ່​ພາຍ​ໃນ​ກົມ​ກອງ ແລະ ໄດ້​ຈັດ​ຕັ້ງ​ແຂ່ງຂັນ​ກິລາ​ມວນ​ຊົນ, ກິລາ​ການ​ທະຫານ ຊີງ​ຂັນ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ມາ​ຮອດ​ປັດຈຸບັນ ແມ່ນ​ໄດ້​ສຳເລັດ​ການ​ແຂ່ງຂັນ​ເປັນ​ທີ່​ຮຽບ​ຮ້ອຍ, ສັງ​ລວມ​ແລ້ວ ການ​ສ້າງ​ຂະ​ບວນ​ການ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ​ນີ້ ເວົ້າ​ສະເພາະ​ແມ່ນ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ເຫັນ​ວ່າ ມີ​ບັນຍາກາດ​ຟົດຟື້ນ​ພໍ​ສົມຄວນ. ເນື່ອງ​ໃນ​ໂອກາດວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ, ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ການເມືອງ ກໍ​ຄື ພະນັກງານ-ນັກຮົບ ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ຂໍ​ອວຍພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຕະຫຼອດ​ພະນັກງານ-ນັກຮົບ​ທຸກ​ທົ່ວ​ໜ້າ ຈົ່ງ​ມີ​ສຸຂະພາບ​ແຂງແຮງ ແລະ ມີ​ຜົນສຳເລັດ​ໃນ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້ ໂດຍ: ຄຳ​ໄຕ ຈັນ​ນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ