ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ກອງພົນທີ 5 ຈັດງານແຂ່ງຂັນສີລະປະ-ວັນນະຄະດີ ຄັ້ງທີ XII
ເວລາອອກຂ່າວ: 2026-01-22 14:52:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1057 | ຄວາມນິຍົມ:



ວັນທີ 18-19 ມັງກອນ 2026 ນີ້, ຢູ່ທີ່ສະໂມສອນກອງພົນທີ 5 ໄດ້ຈັດງານແຂ່ງຂັນສີລະປະ-ວັນນະຄະດີ ສະໝັກຫຼີ້ນທົ່ວກອງພົນທີ 5, ເພື່ອເປັນການສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5, ມີສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ, ກອງພັນໃຫຍ່, ສູນເຝິກກອງພົນ, ກອງພັນ, ກອງຮ້ອຍເອກະລາດ, ໂຮງໝໍກອງພົນ,ຄະນະຮັບຜິດຊອບ ແລະ ນັກສີລະປະເຂົ້າຮ່ວມ. ໃນການແຂ່ງຂັນສີລະປະສະໝັກຫຼີ້ນ ທົ່ວກອງພົນຄັ້ງນີ້ ລວມມີ 18 ຫົວໜ່ວຍກົມກອງເຂົ້າຮ່ວມ ແລະ ມີ 36 ລາຍການສະແດງ ໃນນີ້, ປະເພດຮ້ອງເພງດ່ຽວ ລາງວັນທີ I ໄດ້ແກ່ສະຫາຍ ວາທີ ຈອມຂວັນ ມາຈາກສູນເຝິກກອງພົນ, ລາງວັນທີ II ໄດ້ແກ່ສະຫາຍ ວາທີ ຕາວັນ ມາຈາກກອງພັນໃຫຍ່ 502 ແລະ ລາງວັນທີ III ໄດ້ແກ່ສະຫາຍ ສີບຕີ ນາງ ແອນນາ ມາຈາກຫ້ອງເສນາ; ປະເພດລຳທົ່ວໄປ ລາງວັນທີ I ໄດ້ແກ່ ສະຫາຍ ວາທີ ພຸດແກ້ວ ມາຈາກສູນຝືກກອງພົນ, ລາງວັນທີ II ໄດ້ແກ່ ສະຫາຍ ວາທີ ກິນດາວັນ ມາຈາກກອງພັນໃຫຍ່ 502 ແລະ ລາງວັນທີ III ໄດ້ແກ່ສະຫາຍ ພັນຕີ ອອນຕາ ມາຈາກຫ້ອງພາລາທິການ; ປະເພດຮ້ອງເພງລວມໝູ່ ລາງວັນທີ I ໄດ້ແກ່ ກອງພັນໃຫຍ່ 501, ລາງວັນທີ II ໄດ້ແກ່ ຫ້ອງການເມືອງ ແລະ ລາງວັນທີ III ໄດ້ແກ່ ສູນເຝິກກອງພົນ; ປະເພດບົດຟ້ອນປະກອບສຽງເພງ ລາງວັນທີ I ໄດ້ແກ່ ຫ້ອງການເມືອງ, ລາງວັນທີ II ໄດ້ແກ່ ກອງພັນໃຫຍ່ 502 ແລະ ລາງວັນທີ III ໄດ້ແກ່ ກອງພັນ 228; ປະເພດບົດຟ້ອນເອກະລາດ ລາງວັນທີ I ໄດ້ແກ່ ກອງພັນໃຫຍ່ 502, ລາງວັນທີ II ໄດ້ແກ່ ໂຮງໝໍກອງພົນ ແລະ ລາງວັນທີ III ໄດ້ແກ່ ກອງພັນ 565. ໂອກາດນີ້, ສະຫາຍ ພົນຈັດຈະວາ ຄຳກົດ ອີນສີນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ຂອງການແຂ່ງຂັນສີລະປະຄັ້ງນີ້ ເພື່ອເປັນການສ້າງສີສັນ ສ້າງຜົນງານຂ່ຳນັບຮັບຕ້ອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງໄດ້ກ່າວປິດງານແຂ່ງຂັນສີລະປະສະໝັກຫຼີ້ນທົ່ວກອງພົນຄັ້ງທີ XII ດ້ວຍພາກພູມໃຈ. ໂດຍ: ໄຊຍະຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ