ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຫຼາຍພາກສ່ວນ ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-23 12:14:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 876 | ຄວາມນິຍົມ:



ວັນທີ 22 ມັງກອນ 2026 ນີ້, ຫຼາຍພາກສ່ວນ ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ, ເນືອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໃນນີ້ມີ ກອງພົນທີ 1, ກອງພົນທີ 3, ກອງພົນທີ 4, ໂຮງຮຽນທະຫານຮາບ ເລກ I ນໍ້າຖ້ວມ, ກອງບັນຊາການທະຫານແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ສະຫວັນນະເຂດ ແລະ ບໍລິສັດ ເບຍລາວ ນຳໂດຍຄະນະພັກ-ຄະນະບັນຊາ ແຕ່ລະພາກສ່ວນແລະ ສະຫາຍ ເຮັນຣິກ ຈູລ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໂດຍການຕ້ອນຮັບຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. ໃນພິທີ ຜູ້ຕາງໜ້າແຕ່ລະພາກສ່ວນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມູນເຊື້ອອັນພິລະອາດຫານຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ພ້ອມທັງໄດ້ກ່າວຄຳອວຍພອນໄຊອັນປະເສີດໃຫ້ແກ່ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຊີ້ນຳ-ນຳພາກອງທັບ ໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ, ເຮັດສຳເລັດໜ້າທີ່ປົກປັກຮັກສາເອກະລາດ ແລະ ອຳນາດອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນ ທີ່ຍາມໃດກໍໄດ້ໃຫ້ຄວາມສຳຄັນ ແລະ ຕິດຕາມຊ່ວຍເຫຼືອກອງທັບຕະຫຼອດມາ, ພ້ອມທັງນະຍາມໃຫ້ແຕ່ລະພາກສ່ວນທີ່ມາອວຍພອນຮັບຮູ້ວ່າ ປະເທດຊາດມີຄວາມສະຫງົບ, ປະເທດຊາດມີຄວາມຮຸ່ງເຮືອງ ທຸກມື້ນີ້ ແມ່ນເກີດຈາກຄວາມສາມັກຄີເປັນປຶກແຜ່ນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໂດຍມີກອງທັບເປັນກຳລັງຫຼັກແຫຼ່ງ. ພ້ອມທັງ ໃຫ້ທຸກພາກສ່ວນ ຈົ່ງປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ສືບຕໍ່ຮ່ວມມືກັບກອງທັບ ເພື່ອສ້າງສາພັດທະນາປະເທດຊາດໃຫ້ຮຸ່ງເຮືອງສິວິໄລ. ໂດຍ: ໄຊສະຫວາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ