ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ບໍລິສັດຂົນສົ່ງ ມີໄຊ ອວຍພອນ ກອງບັນນາທິການໜັງສືພິມກອງທັບ
ເວລາອອກຂ່າວ: 2026-01-23 12:25:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 838 | ຄວາມນິຍົມ:



ວັນທີ 21 ມັງກອນ 2026 ນີ້, ທ່ານ ນາງ ສຸລິພອນ ສາຍພົມເພັດ ຫົວໜ້າການຕະຫຼາດ ຕາງໜ້າບໍລິສັດຂົນສົ່ງມີໄຊ ໄດ້ເຂົ້າອວຍພອນ ກອງບັນນາທິການໜັງສືພິມກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າ ໜັງສືພິມກອງທັບ ພ້ອມຄະນະ. ໂອກາດນີ້, ທ່ານ ພັນເອກ ວັນເຮືອງ ສີວິໄລ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດຂົນສົ່ງ ມີໄຊ ພ້ອມຄະນະ ທີ່ໄດ້ມາອວຍພອນ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງອວຍພອນໃຫ້ບໍລິສັດຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນດຳເນີນທຸລະກິດໃຫ້ດີຂຶ້ນເລື້ອຍໆ ໂດຍ: ພຸດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ