ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ເວລາອອກຂ່າວ: 2026-01-23 12:28:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 833 | ຄວາມນິຍົມ: ![]()
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ ປີ 2026 ນີ້, ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະອຳນວຍການໂຮງ ຮຽນ, ອົງການ 5 ຫ້ອງ, 4 ກອງພັນ, ນາຍ ແລະ ພົນທະຫານ, ຕະຫຼອດຮອດນັກຮຽນ ທັງ 2 ລະບົບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ຍົກໃຫ້ເຫັນກ່ອນໜ້ານີ້ 77 ປີ, ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດສາດຄວາມເປັນມາອັນຍາວນານຫຼາຍພັນປີ ປະຊາຊົນລາວບັນດາເຜົ່າເຄີຍມີມູນເຊື້ອດຸໝັ້ນພາກພຽນ, ມີມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຂອງສັດຕູຈາກພາຍນອກ. ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນແສນຮັກຂອງຕົນ ບັນດາກະສັດກໍ່ໄດ້ນຳພາປະຊາ ຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ເພື່ອທ້ອນໂຮມເອົາປະເທດຊາດ, ພາຍຫຼັງພັກກອມມູນນິດໄດ້ສ້າງຕັ້ງຂຶ້ນໃນວັນທີ 3 ກຸມພາ 1930 ໂດຍແມ່ນປະທານໂຮ່ຈີ່ມິນເປັນຜູ້ນຳພາ,ນັບແຕ່ນັ້ນເປັນຕົ້ນມາການຕໍ່ສູ້ 3 ຊາດອິນດູຈີນນັບມື້ນັບແຂງ ແຮງ ແລະ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ. ມາໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖຳ້ແມ ເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ປະທານໄກສອນ ພົມວິຫານໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນຢ່າງເປັນທາງການ ແລະ ຊີ້ນຳບັນຊາໂດຍກົງ, ບັນດາກົມກອງເອກະລາດອື່ນໆກໍ່ໄດ້ປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການ. ພໍແຕ່ສ້າງຂຶ້ນມາກອງທັບເຮົາກໍ່ໄດ້ປະເຊີນໜ້າໂດຍກົງກັບສັດຕູທີ່ມີກຳລັງແຮງເໜືອກວ່າ, ມີເສດຖະກິດ, ມີກຳລັງພົນ, ມີອາວຸດຍຸດໂທປະກອນທີທັນ ສະໄໝ, ແຕ່ຍ້ອນຄວາມຫວງແຫນເຂດນ້ຳແດນດິນມີນ້ຳໃຈຮັດຊາດອັນສູງສົ່ງເຄີຍມີມູນເຊື້ອບໍ່ຍອມຈຳນົນຂອງບັນພະບູລຸປະຊາຊົນລາວເຄີຍມີແປວໄຟແຫ່ງການຕໍ່ສູ້ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ, ບວກໃສ່ຄວາມຄຽດແຄ້ນຕໍ່ການສູນເສຍຍາດພີ່ນ້ອງທີ່ຖືກສັດຕູທໍລະມານຂ້າຕາຍ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສົມທົບກັບກອງທັບລຸກຮື້ຂຶ້ນຕໍ່ສູ້ດ້ວຍຫຼາຍຮູບແບບຫຼາຍວິທີ, ໂດຍໃຊ້ວັດຖຸພື້ນເມືອງແບບປະຖົມປະຖານຕີເອົາຊະນະສັດຕູ, ຍິ່ງຕີກໍ່ຍິ່ງໄດ້ຮັບໄຊຊະນະ ແລະ ປະສົບການຫຼາຍຂຶ້ນ ເຊັ່ນ: ບັ້ນຮົບປ້ອງກັນເຂດທີ່ໜັ້ນ 2 ແຂວງເຕົ້າໂຮມ (ຫົວພັນ,ຜົ້ງສາລີ), ບັ້ນຮົບປົດປ່ອຍຫຼວງນ້ຳທາ, ບັ້ນຮົບນ້ຳບາກ, ບັ້ນຮົບຜາຖີ່, ບັ້ນຮົບກູ້ກຽດ(ປົດປ່ອຍທົ່ງໄຫຫີນຊຽງຂວາງ), ບັ້ນຮົບລາມເຊີນ ແລະ ບັ້ນຮົບອື່ນໆໃນຂອບເຂດທົ່ວປະເທດກໍ່ໄດ້ຮັບໄຊຊະນະ, ເຮັດໃຫ້ກອງທັບເຮົາມີບາດກ້າວພົ່ນເດັ່ນ ແລະ ເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຂຶ້ນໃນວັນ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ. ທັງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານໃນທົ່ວໂຮງຮຽນໄດ້ຮັບຮູ້, ເຊື່ອມຊຶມ ແລະ ລະນຶກເຖິງຄຸນງາມຄວາມດີ, ມູນເຊື້ອອັນອົງອາດກ້າຫານໃນການຕໍ່ສູ້ກູ້ຊາດຂອງກອງທັບປະຊາຊົນລາວ ນຳໄປໜູນໃຊ້ເຂົ້າໃນການພັດທະນາກົມກອງໃຫ້ນັບມື້ນັບເຕີບໃຫ່ຍເຂັ້ມແຂງຂຶ້ນເທື່ອລະກ້າວ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















