ການນໍາພັກ-ລັດແຂວງຫຼວງພະບາງ ຢ້ຽມຢາມໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2026-01-23 12:30:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 833 | ຄວາມນິຍົມ: ![]()
ໃນວັນທີ 19 ມັງກອນ 2026 ນີ້, ການນໍາພັກ-ລັດ ແຂວງຫຼວງພະບາງ ໄດ້ເຂົ້າຢ້ຽມຢາມໂຮງໝໍບໍລິເວນ 107 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ, ເຊິ່ງນໍາໂດຍ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພັນເອກ ດຣ ໄພວັນ ຈັນທະສຸກ ອໍານວຍການໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ພັນເອກ ດຣ ໄພວັນ ຈັນທະສຸກ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານຂອງໂຮງໝໍໃນໄລຍະ 1 ປີຜ່ານມາ ໃຫ້ຊາບ ຈາກນັ້ນ, ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້ ແມ່ນເພື່ອອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທັງເປັນການສະແດງຄວາມຂອບໃຈທີ່ທາງໂຮງໝໍຂອງພວກເຮົາໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນດູແລສຸຂະພາບຂອງພໍ່-ແມ່ປະຊາຊົນບັນດາເຜົ່າ, ພະນັກງານ-ນັກຮົບໃນຖັນແຖວກອງທັບ ຊ່ວຍໃຫ້ກຳລັງປ້ອງກັນຊາດກໍ່ຄືພະນັກງານ, ນາຍ ແລະ ພົນທະຫານມີສຸຂະພາບແຂງແຮງ, ສາມາດເຮັດໜ້າທີ່ປ້ອງກັນຊາດ ປ້ອງ ກັນຄວາມສະຫງົບໄດ້ຢ່າງເຂັ້ມແຂງ. ພ້ອມກັນນັ້ນກໍໄດ້ມອບເງິນ ຈໍານວນ 50.000.000 ກີບ, ກອງບັນຊາການທະຫານແຂວງຫຼວງພະບາງ ມອບເງິນ ຈໍານວນ 5.000.000 ກີບ ແລະ ຂອງຂວັນອີກຈໍານວນໜຶ່ງ ໃຫ້ທາງໂຮງໝໍ 107. ຈາກນັ້ນກໍໄດ້ເຂົ້າຢ້ຽມຢາມພະນັກງານທະຫານ ແລະ ພໍ່-ແມ່ປະຊາຊົນທີ່ກຳລັງນອນປິ່ນປົວຢູ່ໂຮງໝໍບໍລິເວນ 107 ພ້ອມທັງມອບເຄື່ອງຈໍານວນໜຶ່ງ ເພື່ອເປັນກຳລັງໃຈໃຫ້ຜູ້ບາດເຈັບ ແລະ ເຈັບປ່ວຍໄດ້ຫາຍດີໂດຍໄວ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















