
![]()
ເຕະບານມິດຕະພາບລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມພາກກາງ - ພາກໃຕ້
ເວລາອອກຂ່າວ: 2019-09-12 09:19:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ: ![]()
ການແຂ່ງຂັນເຕະບານມິດ ຕະພາບລະຫວ່າງທີມ Mister
International Laos 2019
ພົບກັບ ທີມ Lao All Star ເພື່ອ
ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພ ນໍ້າຖ້ວມຢູ່ 6 ແຂວງ ພາກກາງ -
ພາກໃຕ້ ຈັດຂຶ້ນທີ່ເດີ່ນເຈົ້າອານຸ
ວົງ ນະຄອນຫຼວງວຽງຈັນ ເມື່ອ ວັນທີ 8 ກັນຍາ ທີ່ຜ່ານມາ.
ສໍາລັບທີມ Lao All Star ນໍາທີມໂດຍ ຊັກເຊວ, ຈຽງ, ແຮັບ
ປີ້ ແລະ ດາລານັກຮ້ອງນັກສະ
ແດງຫຼາຍຄົນເຂົ້າຮ່ວມສ້າງສີສັນ ໃນການແຂ່ງຂັນ ເຊິ່ງຜົນການ ແຂ່ງຂັນແມ່ນທີມ Lao All Star ເຮັດໄດ້ດີກວ່າ ເອົາຊະນະທີມ Mister International Laos 2019 ໄປໄດ້ 3-1 ປະຕູ. ໃນ ງານດັ່ງກ່າວສາມາດລະດົມທຶນ ລວມເງິນບໍລິຈາກທັງກ່ອນໜ້າ ແລະ ມື້ແຂ່ງຂັນ ລວມທັງໝົດ 4.279.000 ກີບ, ນອກນັ້ນຍັງມີ ໝີ່ສໍາເລັດຮູບ, ນໍ້າດື່ມ, ເຄື່ອງນຸ່ງ,
ເຄື່ອງໃຊ້ຄົວເຮືອນຈໍານວນໜຶ່ງອີກ.
ນອກນັ້ນ ຍັງມີບໍລິສັດ ລາວອຸດ
ສາຫະກໍາ-ກະສິກໍາ ນົມສາລີ
ຫວານ ບ້ານເກີນ ຮ່ວມມອບປະ ກອບສ່ວນນໍ້າສາລີກະປ໋ອງ ຈໍາ ນວນ 4.000 ຕຸກ, ລວມມູນຄ່າ 20 ລ້ານກວ່າກີບ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















