ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 13 ສິງຫາ 2021



ຣາຟາເອວນາດານ ແລະ ບຽນກາອັນເດສກູໄດ້ແຊັມ US Open 2019
ເວລາອອກຂ່າວ: 2019-09-12 09:22:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ການແຂ່ງຂັນເທັນນິດແກຣນ ສະແລມ US Open 2019 ທີ່ນະ ຄອນນິວຢອກ ສະຫະລັດອາເມ ຣິກາ ເມື່ອວັນທີ 26 ສິງຫາ - 8 ກັນຍາທີ່ຜ່ານມານີ້ ຊີງເງິນລາງ ວັນລວມ 57.238.700 ໂດລາ. ໂດຍການແຂ່ງຂັນປະເພດຊາຍ ດ່ຽວຮອບຊີງຊະນະເລີດ ເປັນ ການພົບກັນລະຫວ່າງ ຣາຟາເອວ ນາດານມື 2 ຂອງລາຍການແຊັມ 3 ສະໄໝ ຈາກແອັດສະປາຍ ທີ່ ເຂົ້າຊີງລະດັບແກຣນສະແລມ ເປັນລາຍການທີ 3 ໃນປີນີ້ຕໍ່ຈາກ ອົດສະຕຣາລີ ໂອເພັ່ນ ໄດ້ຮອງ ແຊັມ ແລະ ເຟັຣນ ໂອເພັ່ນ ໄດ້ແຊັມ ລົງແຂ່ງຂັນພົບກັບ ດານິວ ເມດ ເວເດຟ ມື 5 ຂອງລາຍການຈາກ ຣັດເຊຍ ທີ່ຜົນງານດີຕໍ່ເນື່ອງເຂົ້າ ຊີງເປັນລາຍການທີ 4 ຕິດຕໍ່ກັນ ໃນຮອບ 1 ເດືອນ ສ້າງສະຖິຕິ ເຂົ້າຊີງຊະນະເລີດລະດັບແກຣນ ສະແລມເປັນຄັ້ງທໍາອິດ ແລະ ເປັນ ຊາວຣັດເຊຍຄົນທີ 2 ທີ່ເຂົ້າຊີງ ລາຍການນີ້ ຕໍ່ຈາກ ມາຣັດ ຊາຟິນ ໃນປີ 2000. ຜົນການແຂ່ງຂັນສອງເຊັດ ທໍາອິດ ນາດານ ຊະນະກ່ອນ 7-5 ແລະ 6-3 ແຕ່ສອງເຊັດຕໍ່ມາ ເມດເວເດຟ ຊະນະ ຄືນ 7-5 ແລະ 6-4 ຕ້ອງມາຕັດສິນແຊັມທີ່ເຊັດ ທີ 5 ແລະ ເປັນນາດານ ເອົາຊະ ນະ 6-4 ເຮັດໃຫ້ນາດານ ຊະນະ ເມດເວເດຟ 3-2 ເຊັດໃຊ້ເວລາ ແຂ່ງຂັນເກືອບ 5 ຊົ່ວໂມງ. ນາ ດານໄດ້ແຊັມ US Open ສະໄໝ ທີ 4 ຕໍ່ຈາກປີ 2010, 2013 ແລະ 2017 ແລະ ເປັນແຊັມ ແກຣນສະແລມ ສະໄໝທີ 19 ຕາມຫຼັງ ໂຣເຈີ ເຟດເດີເຣີ ແຊັມ ສູງສຸດພຽງ 1 ສະໄໝເທົ່ານັ້ນ. ນາດານຮັບຂັນແຊັມພ້ອມເງິນ ສົດ 3.850.000 ໂດລາ ຫຼື ປະ ມານ 31 ຕື້ກວ່າກີບ, ສ່ວນຮອງແຊັມໄດ້ເງິນສົດເທົ່າກັບເຄິ່ງໜຶ່ງຂອງແຊັມ. ສ່ວນການແຂ່ງຂັນປະເພດຍິງ ດ່ຽວເປັນການພົບກັນລະຫວ່າງ ເຊເຣນາວິນລຽມ ຮອງແຊັມປີ ທີ່ຜ່ານມາ, ມື 8 ຂອງລາຍການ, ອະດີດແຊັມ 6 ສະໄໝຈາກສະ ຫະລັດເຈົ້າພາບພົບກັບບຽນກາ ອັນເດສກູມື 15 ຂອງລາຍການ ດາວຮຸ່ງຈາກ ການາດາ ອາຍຸ 19 ປີທີ່ສ້າງສະຖິຕິເປັນຊາວການາ ດາຄົນທຳອິດເຂົ້າຊີງລາຍການນີ້. ຜົນການແຂ່ງຂັນປະກົດວ່າ ກາ ບຽນອັນເດສກູ ຫຼິ້ນໄດ້ດີກວ່າ ເອົາຊະນະ ວິນລຽມ 2-0 ເຊັດ ດ້ວຍຄະແນນ 6-3 ແລະ 7-5 ສ້າງປະຫວັດສາດເປັນນັກເທັນ ນິດຍິງຊາວການາດາຄົນທໍາອິດ ໄດ້ແຊັມລາຍການນີ້ຮັບຂັນແຊັມ ພ້ອມເງິນສົດ 3.850.000 ໂດ ລາ, ສ່ວນຮອງແຊັມໄດ້ຮັບເງິນສົດເທົ່າກັບເຄິ່ງໜຶ່ງຂອງແຊັມ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ