ປະກາດການເເຕ່ງຕັ້ງ, ຍົກຍ້າຍໜ້າທີ່ ຢູ່ກອງບັນຊາການທະຫານຊາຍເເດນ ແລະ ໂຮງຮຽນທະຫານຊາຍເເດນ 712
ເວລາອອກຂ່າວ: 2026-01-29 15:57:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2148 | ຄວາມນິຍົມ: ![]()
ໃນວັນທີ 29 ມັງກອນ 2026 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ, ໄດ້ມີພິທີ ປະກາດການເເຕ່ງຕັ້ງຮອງຫົວໜ້າ ກອງບັນຊາການທະຫານຊາຍເເດນ, ຫົວໜ້າການເມືອງ ແລະ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍເເດນ 712, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍເເດນ, ມີບັນດາຄະນະພັກ-ຄະນະບັນຊາກົມ, ກອງ, ພະເເນກການ, ເເຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຄຳເອ້ຍ ສຸກເເສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ກອງບັນຊາການທະຫານຊາຍແດນ. ກະຊວງປ້ອງກັນປະເທດ ຕົກລົງ ຍົກຍ້າຍສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານຊາຍແດນ ໄປຮັບໜ້າທີ່ໃໝ່ຢູ່ໂຮງຮຽນທະຫານຊາຍແດນ 712, ຍົກຍ້າຍ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712 ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານຊາຍແດນ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງບັນຊາການທະຫານຊາຍແດນ ແລະ ຄະນະບັນຊາໂຮງຮຽນທະຫານຊາຍແດນ 712 ຂຶ້ນກັບກອງບັນຊາການທະຫານຊາຍແດນ. ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສັກສິດ ພິຈິດ ເປັນຮອງຜູ້ບັນຊາການກອງບັນຊາການ, ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານຊາຍເເດນ, ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ເປັນຮອງຫົວໜ້າກອງບັນຊາການ, ທັງເປັນຫົວໜ້າຫ້ອງ ສືບຂ່າວຊາຍແດນ ກອງບັນຊາການທະຫານຊາຍເເດນ, ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ເປັນຫົວໜ້າການທະຫານ ໂຮງຮຽນ ແລະ ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ເປັນຫົວໜ້າການເມືອງ ໂຮງຮຽນທະຫານຊາຍແດນ 712.
ຈາກນັ້ນ, ສະຫາຍ ພັນເອກ ບຸນຍົງ ພົມມະລາ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກໍາມະການຄະນະບໍລິຫານງານພັກ ກອງບັນຊາການທະຫານຊາຍແດນ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງສືບຂ່າວຊາຍແດນ ເປັນກຳມະການຄະນະບໍລິຫານງານພັກ ກອງບັນຊາການທະຫານຊາຍແດນ, ປ່ຽນແທນ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ (ຜູ້ເກົ່າ) ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່.
ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງ, ເນັ້ນໜັກໃຫ້ສືບຕໍ່ ນໍາພາ-ຊີ້ນຳ ສຶກສາອົບຮົມດ້ານການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ເປັນເຈົ້າການປະຕິບັດພາລະກິດປ່ຽນແປງໃໝ່ຂອງພັກ ໃນແຕ່ລະໄລຍະໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ, ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີ ເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ, ມີຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະຂອງຕົນ, ປັບປຸງແບບແຜນວິທີເຮັດວຽກ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ ພະນັກງານວິຊາການໃຫ້ນັບມື້ສູງຂຶ້ນ ເພື່ອຮັບປະກັນໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ມີຜົນສຳເລັດ.
ໂດຍ: ອານຸພອນ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















